ພິທີມອບ-ຮັບໃບປະກາສະນີຍະບັດໃຫ້ແກ່ນັກສຶກສາກົດໝາຍ ຂອງສະຖາບັນຍຸຕິທຳ ສາຂາພາກເໜືອ

     ວັນທີ່ 19 ສິງຫາ 2016 ທີ່ຜ່ານມາ ຢູ່ທີ່ມະຫາວິທະຍາໄລສຸພານຸວົງ ສະຖາບັນຍຸຕິທຳ ສາຂາພາກເໜືອ ແຂວງຫຼວງພະບາງ ໄດ້ຈັດພິທີມອບ-ຮັບໃບປະກາສະນີຍະບັດໃຫ້ແກ່ນັກສຶກສາຜູ້ທີ່ຮຽນຈົບຫຼັກສູດການສຶກສາຊັ້ນສູງ ແລະ ປະລິນຍາຕີ ໃຫ້ກຽດເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ກຳມະກາງສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງຍຸຕິທຳ, ໂດຍການເຂົ້າຮ່ວມຂອງ ທ່ານ ວົງສະຫວັນ ເທບພະຈັນ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງຫຼວງພະ ບາງ, ທ່ານ ມີໄຊ ໄຊເກີຢ່າງຈົ່ງຕົວ ຫົວໜ້າພະແນກຍຸຕິທຳແຂວງຫຼວງພະບາງ, ທ່ານ ທອງລາວ ເບຣ່ຍຢ່າທໍ່ ຫົວໜ້າພະແນກຍຸຕິທຳແຂວງໄຊຍະບູລີ, ຕະຫຼອດຮອດພະນັກງານ-ຄູອາຈານ, ນັກສຶກສາ ແລະ ພໍ່ແມ່ຍາດພີ່ນ້ອງຂອງນັກສຶກສາ ເຂົ້າຮ່ວມ.

      ໃນພິທີ ທ່ານ ປທ. ແສງອາລຸນ ພັນນະລັດ ຫົວໜ້າສະຖາບັນຍຸຕິທຳ ສາຂາພາກເໜືອ ໄດ້ຜ່ານບົດສະຫຼຸບຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດການຮຽນ-ການສອນ ໃນລະຍະ 1 ປີຜ່ານມາ ແລະ ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິ ທຳ ສະບັບເລກທີ 734/ກຍ, ລົງວັນທີ 18 ສິງຫາ 2016 ວ່າດ້ວຍ ການຍ້ອງຍໍພະນັກງານ-ຄູອາຈານຜູ້ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານໃນໄລຍະ 1 ປີຜ່ານມາ ຈຳນວນ 57 ທ່ານ ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງ ຍຸຕິທຳ ສະບັບເລກທີ 718/ກຍ, ລົງວັນທີ 12 ສິງຫາ 2016 ວ່າດ້ວຍ ການອານຸມັດມອບ-ຮັບ ໃບປະກາສະນີຍະບັດໃຫ້ແກ່ນັກສຶກສາກົດໝາຍ ລະບົບປະລິນຍາຕີ ຮູ່ນທີ X ແລະ ລະບົບຊັ້ນສູງ ຮູ່ນທີ I ສົກປີ 2015-2016 ມີທັງໝົດ 1.909 ຄົນ, ຍິງ 583 ຄົນ. ໃນນັ້ນ, ນັກສຶກສາລະບົບປະລິນຍາຕີ ມີ 816 ຄົນ, ຍິງ 226 ຄົນ, ຊັ້ັ້ນສູງ ມີ 1.093, ຍິງ 357 ຄົນ ຊຶ່ງລະບົບປະລິນຍາຕີ ແຍກອອກເປັນ 4 ຂະແໜງ ຄື: ຂະແໜງກົດໝາຍອາຍາ ມີນັກສຶກສາ 354 ຄົນ, ຍິງ 76 ຄົນ; ຂະແໜງ ກົດໝາຍແພ່ງ ມີນັກສຶກສາ 113 ຄົນ, ຍິງ 41 ຄົນ; ຂະແໜງກົດໝາຍເສດຖະກິດ ມີ 181 ຄົນ, ຍິງ 59 ຄົນ; ຂະແໜງກົດໝາຍປົກຄອງ ມີ 178 ຄົນ, ຍິງ 53 ຄົນ; ສ່ວນຫຼັກສູດຊັ້ນສູງ ແຍກອອກເປັນສອງຂະແໜງ ຄື: ຂະແໜງກົດ ໝາຍອາຍາ ມີ 708 ຄົນ, ຍິງ 198 ຄົນ; ຂະແໜງກົດໝາຍແພ່ງ ມີ 394 ຄົນ, ຍິງ 159 ຄົນ,

   ໃນຕອນທ້າຍ ທ່ານລັດຖະມົນຕີ ກໍໄດ້ໃຫ້ກຽດໂອ້ລົມພະນັກງານ, ຄູອາຈານ ແລະ ນັກສຶກສາ ທີ່ໄດ້ສຳເລັດການສຶກສາ ໃນສົກປີຮຽນນີ້ ຊຶ່ງທ່ານໄດ້ສະແດງຄວາມຍີນດີ ແລະ ຊົມເຊີຍຕໍ່ຜົນງານຂອງການຮຽນ-ການສອນ ໃນໄລຍະ 1 ປີຜ່າມ ມາ.

ຂ່າວ ແລະ ພາບໂດຍ: ນັກຂ່າວກົມໂຄສະນາອົບຮົມກົດໝາຍ, ກະຊວງຍຸຕິທຳ