ພິທີມອບ-ຮັບໃບປະກາສະນີຍະບັດໃຫ້ແກ່ນັກສຶກສາກົດໝາຍ ຂອງສະຖາບັນຍຸຕິທຳ ສາຂາພາກເໜືອ

ພິທີມອບ-ຮັບໃບປະກາສະນີຍະບັດໃຫ້ແກ່ນັກສຶກສາກົດໝາຍ ຂອງສະຖາບັນຍຸຕິທຳ ສາຂາພາກເໜືອ

     ວັນທີ່ 19 ສິງຫາ 2016 ທີ່ຜ່ານມາ ຢູ່ທີ່ມະຫາວິທະຍາໄລສຸພານຸວົງ ສະຖາບັນຍຸຕິທຳ ສາຂາພາກເໜືອ ແຂວງຫຼວງພະບາງ ໄດ້ຈັດພິທີມອບ-ຮັບໃບປະກາສະນີຍະບັດໃຫ້ແກ່ນັກສຶກສາຜູ້ທີ່ຮຽນຈົບຫຼັກສູດການສຶກສາຊັ້ນສູງ ແລະ ປະລິນຍາຕີ ໃຫ້ກຽດເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ກຳມະກາງສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງຍຸຕິທຳ, ໂດຍການເຂົ້າຮ່ວມຂອງ ທ່ານ ວົງສະຫວັນ ເທບພະຈັນ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງຫຼວງພະ ບາງ, ທ່ານ ມີໄຊ ໄຊເກີຢ່າງຈົ່ງຕົວ ຫົວໜ້າພະແນກຍຸຕິທຳແຂວງຫຼວງພະບາງ, ທ່ານ ທອງລາວ ເບຣ່ຍຢ່າທໍ່ ຫົວໜ້າພະແນກຍຸຕິທຳແຂວງໄຊຍະບູລີ, ຕະຫຼອດຮອດພະນັກງານ-ຄູອາຈານ, ນັກສຶກສາ ແລະ ພໍ່ແມ່ຍາດພີ່ນ້ອງຂອງນັກສຶກສາ ເຂົ້າຮ່ວມ.

Subscribe to RSS - ພິທີມອບ-ຮັບໃບປະກາສະນີຍະບັດໃຫ້ແກ່ນັກສຶກສາກົດໝາຍ ຂອງສະຖາບັນຍຸຕິທຳ ສາຂາພາກເໜືອ