ສະພາທະນາຍຄວາມຈັດກອງປະຊຸມໃຫຍ່ ສະຫຼຸບວຽກງານ ປະຈຳປີ 2018

ໃນຕອນເຊົ້າຂອງວັນທີ 29 ມີນາ 2019 ທີ່ຜ່ານມາ ຄະນະບໍລິຫານງານສະພາທະນາຍຄວາມລາວ ແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມປະຈຳປີ 2018 ຂຶ້ນຢູ່ທີາຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ໄຊສີສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ຄຳໃສ ສຸລິນທອນ ປະທານຄະນະບໍລິຫານງານສະພາທະນາຍຄວາມ ແຫ່ງ ສປປ ລາວ, ໂດຍການເຂົ້າຮ່ວມຂອງບັນດາ ຄະນະປະຈຳ, ຄະນະບໍລິຫານງານສະພາທະນາຍຄວາມ ແລະ ສະມາຊິກສະພາທະນາຍຄວາມແຕ່ລະຫ້ອງການ ແລະ ໜ່ວຍທະນາຍຄວາມບັນດາແຂວງ ໃນຂອບເຂດທົ່ວປະເທດ ມີຜູ້ເຂົ້າຮ່ວມທັງໝົດ 240 ທ່ານ, ຍິງ 50 ທ່ານ ພ້ອມດ້ວຍແຂກຖືກເຊີນຈາກພາກສ່ວນຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມ ເພື່ອສະຫຼຸບສະພາບການເຄື່ອນໄຫວປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາທະນາຍ ຄວາມຕາມທີ່ໄດ້ລະບຸໄວ້ຢູ່ໃນກົດໝາຍ, ລະບຽບການພາຍໃນ ແລະ ແຜນການດໍາເນີນງານປະຈຳປີ 2018 ທີ່ຜ່ານມາ ພ້ອມດຽວກັນນັ້ນ ກໍເພື່ອເປັນການສະເຫຼີມສະຫຼອງ ວັນສ້າງຕັ້ງສະພາທະນາຍຄວາມ ແຫ່ງ ສປປ ລາວ ຄົບຮອບ 30 ປີ (30 ມີນາ 1989 ຫາ 30 ມີນາ 2019) ໃຫ້ເປັນຂະບວນຟົດຟື້ນ. ຊຶ່ງກອງປະຊຸມໄດ້ຕີລາຄາ ແລະ ເປັນເອກະພາບກັນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນໄລຍະໜຶ່ງປີຜ່ານມາ ດັ່ງນີ້: ໃນໄລຍະໜຶ່ງປີຜ່ານມາສະພາທະນາຍຄວາມ ແຫ່ງ ສປປ ລາວ ເຖິງຈະມີຄວາມຫຍຸ້ງຍາກຫຼາຍດ້ານ ນັບທັງຄວາມຫຍຸ້ງຍາກທີ່ມາຈາກເງື່ອນໄຂນອກຕົວ ແລະ ໃນຕົວກໍຕາມ ແຕ່ພາຍໃຕ້ການນຳພາຂອງພັກ, ຂອງຄະນະພັກກະຊວງຍຸຕິທຳ ແລະ ຄະນະພັກແຕ່ລະຂັ້ນ, ດ້ວຍການປະສານສົມທົບ ແລະ ໃຫ້ການຊ່ວຍເຫຼືອຂອງບັນດາຂະແໜງການ, ອົງການຕ່າງໆ ນັບທັງອົງການພັກ, ອົງການລັດ, ແນວລາວສ້າງຊາດ ລວມເຖິງອົງການຈັດຕັ້ງມະຫາຊົນໃນແຕ່ລະຂັ້ນ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ; ດ້ວຍການເປັນເຈົ້າການໃນການຄຸ້ມຄອງສະພາທະນາຍຄວາມ ແລະ ຄວາມເອົາໃຈໃສ່ເຄື່ອນໄຫວປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນຢ່າງຕັ້ງໜ້າ ອັນໄດ້ກາຍເປັນພື້ນຖານເງື່ອນໄຂ ເຮັດໃຫ້ການເຄື່ອນໄຫວຈັດຕັ້ງປະຕິບັດແຜນການຂອງ ສະພາທະນາຍຄວາມປະຈຳປີ 2018 ບັນລຸຜົນສຳເລັດເປັນຢ່າງດີ ແລະ ມີຫຼາຍດ້ານ ເມື່ອສົມທຽບໃສ່ປີ 2017 ເຫັນວ່າມີຫຼາຍດ້ານທີ່ພົ້ນເດັ່ນ ຄື: ດ້ານກົງຈັກການຈັດຕັ້ງກໍໄດ້ຮັບການປັບປຸງ, ມີບາດກ້າວເຕີບໃຫຍ່ຂະຫຍາຍຕົວ ນັບທັງດ້ານປະລິມານ ແລະ ຄຸນນະພາບ ເປັນການປະກອບສ່ວນທີ່ສຳຄັນ ໃນການສ້າງເງື່ອນໄຂໃຫ້ປະຊາຊົນບັນດາເຜົ່າ ໄດ້ເຂົ້າເຖິງການບໍລິການທາງດ້ານກົດໝາຍ, ເຂົ້າເຖິງຂະບວນການຍຸຕິທຳ, ຕ້ານການລ່ວງລະເມີດສິດອັນຊອບທໍາຂອງປະຊາຊົນບັນດາເຜົ່າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດແນວທາງ ແລະ ຍຸດທະສາດ ໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍ ກໍຄືການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ນອກນັ້ນ, ກອງປະຊຸມກໍໄດ້ປ່ອນບັດຄັດເລືອກເອົາຄະນະກວດກາຊຸດໃຫມ່ ແລະ ມອບໃບຍ້ອງຍໍ ຊົມເຊີຍໃຫ້ແກ່ທະນາຍຄວາມຜູ້ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນປະຕິບັດວຽກງານໃນໄລຍະຜ່ານມາ.

ກອງປະຊຸມຍັງໄດ້ຮັບຟັງຄຳໂອ້ລົມ ຈາກທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ຊຶ່ງມີບາງຕອນ ທ່ານ ໄດ້ກ່າວວ່າ: ໜຶ່ງ: ຕ້ອງຮັບຮູ້ ແລະ ກຳແໜ້ນ ການວາງວິໄສທັດ ແລະ ແນວຄວາມຄິດ ເພື່ອຈະກຳນົດທິດທາງລວມ, ເປົ້າໝາຍສູ້ຊົນ ແລະ ຄາດໝາຍໃຫ້ລະອຽດແຕ່ລະດ້ານ; ສອງ: ຕ້ອງມີສະຕິຕໍ່ການຈັດຕັ້ງ ແລະ ການປະຕິບັດລະບຽບການທີ່ບໍ່ເຂັ້ມງວດ ຖ້າຫາກຂາດສະຕິຕໍ່ການຈັດຕັ້ງກໍເທົ່າກັບວ່າບໍ່ມີຈັນຍາບັນຂອງທະນາຍຄວາມ; ສາມ: ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມດ້ານແນວຄິດໃຫ້ເປັນປົກກະຕິ, ເຮັດວຽກດ້ວຍຄວາມຕັ້ງໜ້າ ແລະ ໃຫ້ຖືເອົາວຽກງານນີ້ເປັນກົກ; ສີ່: ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ຕິດພັນກັບການສືບຕໍ່ຂະຫຍາຍຕາໜ່າງສະພາທະນາຍຄວາມ ໄປສູ່ ແຂວງ, ເມືອງ ທີ່ບໍ່ທັນມີຫ້ອງການ, ໜ່ວຍງານ; ນອກນັ້ນ, ຕ້ອງສືບຕໍ່ປັບປຸງແບບແຜນວິທີນຳພາ, ວິທີຄຸ້ມຄອງ, ວິທີເຄື່ອນໄຫວວຽກງານຕ່າງໆ, ເພີ່ມທະວີການປັບປຸງລະບອບ, ລະບຽບ, ກົນໄກ ແລະ ແບບແຜນວິທີເຮັດວຽກໃຫ້ສອດຄ່ອງ ແລະ ມີປະສິດທິຜົນສູງ, ເພີ່ມທະວີວຽກງານນໍາພາອົງການຈັດຕັ້ງມະຫາຊົນ ແນໃສ່ເສີມຂະຫຍາຍກຳລັງແຮງຂອງມະຫາຊົນ.

ພາຍຫຼັງສໍາເລັດກອງປະຊຸມ ໃນຕອນຄໍ່າຂອງວັນດຽວກັນ ຄະນະບໍລິຫານສະພາທະນາຍຄວາມ ກໍໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນສ້າງຕັ້ງສະພາທະນາຍຄວາມລາວ ຄົບຮອບ 30 ປີ ດ້ວຍບັນຍາກາດເບີກບານມ່ວນຊື່ນ.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ