ສະພາທະນາຍຄວາມຈັດກອງປະຊຸມໃຫຍ່ ສະຫຼຸບວຽກງານ ປະຈຳປີ 2018

ສະພາທະນາຍຄວາມຈັດກອງປະຊຸມໃຫຍ່ ສະຫຼຸບວຽກງານ ປະຈຳປີ 2018

ໃນຕອນເຊົ້າຂອງວັນທີ 29 ມີນາ 2019 ທີ່ຜ່ານມາ ຄະນະບໍລິຫານງານສະພາທະນາຍຄວາມລາວ ແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມປະຈຳປີ 2018 ຂຶ້ນຢູ່ທີາຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ໄຊສີສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ຄຳໃສ ສຸລິນທອນ ປະທານຄະນະບໍລິຫານງານສະພາທະນາຍຄວາມ ແຫ່ງ ສປປ ລາວ, ໂດຍການເຂົ້າຮ່ວມຂອງບັນດາ ຄະນະປະຈຳ, ຄະນະບໍລິຫານງານສະພາທະນາຍຄວາມ ແລະ ສະມາຊິກສະພາທະນາຍຄວາມແຕ່ລະຫ້ອງການ ແລະ ໜ່ວຍທະນາຍຄວາມບັນດາແຂວງ ໃນຂອບເຂດທົ່ວປະເທດ ມີຜູ້ເຂົ້າຮ່ວມທັງໝົດ 240 ທ່ານ, ຍິງ 50 ທ່ານ ພ້ອມດ້ວຍແຂກຖືກເຊີນຈາກພາກສ່ວນຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.

Subscribe to RSS - ສະພາທະນາຍຄວາມຈັດກອງປະຊຸມໃຫຍ່ ສະຫຼຸບວຽກງານ ປະຈຳປີ 2018