ກະຊວງຍຸຕິທຳ ມອບເງິນຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກໄພພິບັດ(ນ້ຳຖວ້ມ) ຢູ່ບັນດາແຂວງພາກເໜືອ, ພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ

       ເພື່ອ​ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ຊ່ວຍ​ເຫຼືອຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ໄພພິບັດ(ນ້ຳ​ຖ້ວມ) ​ໃນ​ລະຫວ່າງ​ທ້າຍ​ເດືອນ ​ກໍລະກົດ ຫາ ຕົ້ນ​ເດືອນ ​ສິງຫາ 2017 ຜ່ານ​ມາ ຢູ່​ບັນດາ​ແຂວງ​ພາກ​ເໜືອ, ພາກ​ກາງ ​ແລະ ພາກ​​ໃຕ້ ຂອງ ສປປ ລາວ, ດັ່ງ​ນັ້ນ​ ໃນ​ຕອນ​ເຊົ້າຂອງ​ວັນ​ທີ່ 26 ມັງກອນ 2018 ທີ່​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ, ໄດ້​ຈັດ​ພິທີມອບ​​ເງິນທີ່​ໄດ້ຮັບ​ຈາກ​ການ​ຮ່ວມ​ໃຈຂອງ​ພະນັກງານ-ລັດຖະກອນ​ທົ່ວ​ກະຊວງ​ຍຸຕິ​ທຳ ຈຳນວນ ​3 ລ້ານ​ກີບ, ຊຶ່ງ​ຕາງໜ້າມອບ​ໂດຍ​ທ່ານ ຄຳ​ພູ ທິລະ​ກຸນ ຮອງ​ຫົວໜ້າຫ້ອງການ ກະຊວງ​ຍຸຕິ​ທຳ​  ​​ກ່າວ​ຮັບ​ໂດຍ​ທ່ານ ປະສົງ ວົງ​ຄຳ​ຈັນ ຫົວໜ້າກົມສັງຄົມ​ສົງ​ເຄາະ ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ, ມີ​ພະນັກງານ​ທັງ​ສອງ​ຝ່າຍ​​ເຂົ້າ​ຮວ່ມ​ເປັນ​ສັກຂີ​ພິຍານ.

     ​ໃນ​ໂອກາດ​ດັ່ງກ່າວທ່ານ ປະສົງ ວົງ​ຄຳ​ຈັນ ຫົວໜ້າກົມສັງຄົມ​ສົງ​ເຄາະ ກະຊວງ​ແຮງ​ງານ ​ແລະ ສະ ຫວັດດີ​ການ​ສັງຄົມ ກໍ​ໄດ້​ມອບ​ໃບ​ສົມ​ມະ​ນາ​ຄຸນ​ໃຫ້​ແກ່ກະຊວງ​ຍຸຕິ​ທຳ ​​ໃນ​ການປະກອບ​ສ່ວນ​ຊ່ວຍ​ເຫຼືອ​ໃນ​ຄັ້ງ​ນີ້ ​ແລະ ​ພ້ອມ​ທັງ​ຢັ້ງຢືນວ່າ​ຈະ​ນຳ​ເອົາ​ວັດຖຸ​ເຄື່ອງ​ຂອງ​ທີ່​ໄດ້​ຮັບ​ຈາກການ​ບໍລິຈາກ​ໃນ​ຄັ້ງ​ນີ້​ໄປ​ຊວ່ຍ​ເຫຼືອຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ໄພພິບັດ​ດັ່ງກ່າວ.

 

ຂ່າວ : ອອ່ນຄຳ  ພາບ : ສົມ​ຫວັງ