ກະຊວງຍຸຕິທໍາ ເຂົ້າອວຍພອນກະຊວງປ້ອງກັນຄວາມສະຫງົບ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 63 ປີ.

ກະຊວງຍຸຕິທໍາ ເຂົ້າອວຍພອນກະຊວງປ້ອງກັນຄວາມສະຫງົບ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 63 ປີ.

       ໃນວັນທີ 3 ເມສາ 2024, ຕາງໜ້າ ກະຊວງຍຸຕິທໍາ ນໍາໂດຍ ທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີ ກະຊວງຍຸຕິທໍາ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ພົຕ ສົມວັນ ສາຍລ້ອງພາ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງ ປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ, ຊຶ່ງໂອກາດນີ້ ທ່ານ ເກດສະໜາ ພົມມະຈັນ ຂໍອວຍພອນໄຊອັນປະເສີດມາຍັງຄະນະນໍາ ກະຊວງປ້ອງກັນຄວາມສະຫງົບ, ພ້ອມທັງ ນາຍ ແລະ ພົນຕຳຫຼວດ ທົ່ວກຳລັງ ປ້ອງກັນຄວາມສະຫງົບ ຈົ່ງມີສຸຂະພາບ ເຂັ້ມແຂງ, ປະສົບຜົນສໍາເລັດໃນໜ້າທີ່ການງານ. ພ້ອມທັງສົ່ງຄວາມຢື້ຢາມຖາມ ຂ່າວ ແລະ ອວຍພອນໄຊ, ມາຍັງນາຍ ແລະ ພົນຕຳຫຼວດທົ່ວກໍາລັງປ້ອງກັນຄວາມສະຫງົບ ທີ່ປະຕິບັດໜ້າທີ່ປ້ອງກັນຄວາມສະຫງົບ ຢູ່ເຂດຫ່າງໄກສອກຫລີກ ທ້ອງຖີ່ນຮາກຖານ ຈົ່ງມີສຸຂະພາບເຂັ້ມແຂງ ປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ມີຄວາມສະຫງົບ, ມີຄວາມໝັ້ນຄົງ, ເຮັດລ້ອນໜ້າທີ່ ທີ່ພັກ-ລັດ ມອບໝາຍໃຫ້ ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ.

   

 

      ພົຕ ສົມວັນ ສາຍລ້ອງພາ ຮອງລັດຖະມົນຕີກະຊວງ ປກສ ກໍໄດ້ສະແດງຄວາມຂອບໃຈຕໍ່ຄະນະພັກຄະນະນຳ ກະຊວງຍຸຕິທໍາ ທີ່ໃຫ້ຄວາມສຳຄັນຕໍ່ວຽກງານປ້ອງກັນຄວາມສະຫງົບ ພ້ອມທັງໃຫ້ການອູ້ມຊູຊ່ວຍເຫລືອ ແລະ ປະກອບສ່ວນແກ່ວຽກງານປ້ອງກັນຄວາມສະຫງົບ ເປັນການປະກອບສ່ວນທີ່ສໍາຄັນເຮັດໃຫ້ປະເທດຊາດມີຄວາມສະຫງົບສຸກ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ພ້ອມທັງອວຍພອນໃຫ້ທຸກທ່ານ ຈົ່ງມີແຕ່ຄວາມຜາສຸກ ຈະເລີນກ້າວໜ້າໃນໜ້າທີ່ວຽກງານ, ໃນຊີວິດສ່ວນຕົວ ແລະ ຄອບຄົວ.

ຂ່າວ-ພາບ: ກົມໂຄສະນາເຜີຍແຜ່ກົດໝາຍ