ສະຫະພັນກໍາມະບານກະຊວງຍຸຕິທໍາ ໄດ້ຈັດພິທີປາຖະກະຖາ ວັນກໍາມະກອນສາກົນ ຄົບຮອບ 138 ປີ (1 ພຶດສະພາ 1886- 1 ພຶດສະພາ 2024)

ປາຖະກະຖາ ວັນກໍາມະກອນສາກົນ ຄົບຮອບ 138 ປີ (1 ພຶດສະພາ 1886- 1 ພຶດສະພາ 2024) ພາຍໃຕ້ຄໍາຂັວນ: “ຄວາມຍຸຕິທໍາໃນສັງຄົມ ແລະ ວຽກທີ່ມີຄຸນຄ່າເປັນທໍາສໍາລັບທຸກຄົນ”

          ໃນວັນທີ 2 ພຶດສະພາ 2024 ສະຫະພັນກໍາມະບານກະຊວງຍຸຕິທໍາ ໄດ້ຈັດພິທີປາຖະກະຖາຂຶ້ນ, ທີ່ຫ້ອງປະຊຸມຂອງກະຊວງ ໂດຍການໃຫ້ກຽດເປັນປະທານ ຂອງສະຫາຍ ໄພວີ ສີບົວລິພາ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທໍາ ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ, ມີສະຫາຍ ຄໍາເສີດ ວິລະພັນ ຫົວໜ້າກົມຈັດຕັ້ງ ແລະພະນັກງານ, ປະທານສະຫະພັນກໍາມະບານກະຊວງ, ມີຕາງໜ້າຈາກຊາວໜຸ່ມ, ແມ່ຍິງ ແລະ ສະມາຊິກກໍາມະບານກະຊວງ ເຂົ້າຮ່ວມຢ່າງພ້ອມພຽງ.

           ໃນພິທີ ສະຫາຍ ຄໍາເສີດ ວິລະພັນ ປະທານສະຫະພັນກໍາມະບານກະຊວງ ໄດ້ປາຖະກະຖາຫວນຄືນມູນເຊື້ອວັນກໍາມະກອນສາກົນ ຄົບຮອບ 138 ປີ (1ພຶດສະພາ 1886- 1ພຶດສະພາ 2024) ພາຍໃຕ້ຄໍາຂວັນ: “ຄວາມຍຸຕິທໍາໃນສັງຄົມ ແລະ ວຽກທີ່ມີຄຸນຄ່າເປັນທໍາສໍາລັບທຸກຄົນ” ເຊິ່ງໄດ້ຍົກໃຫ້ເຫັນປະຫວັດແຫ່ງການກຳເນີດເຕີບໃຫຍ່ຂະ ຫຍາຍຕົວຂອງກຳມະກອນສາກົນ ພາຍໃຕ້ການກົດຂີ່ຂົ່ມເຫັງຂອງພວກນາຍທຶນ, ຊົນຊັ້ນກຳມະກອນຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ນາຍທຶນນັບມື້ເພີີ່ມທະວີການຂົ່ມເຫັງໃຫ້ກຳມະກອນອອກແຮງງານ ໂດຍບໍ່ມີເວລາພັກຜ່ອນ ບັງຄັບໃຫ້ເຮັດວຽກ14-15ຊົ່ວໂມງ/ມື້ ຊໍ້າພັດໄດ້ຄ່າຕອບແທນໜ້ອຍການປ້ອງກັນສຸຂະພາບ ແລະ ຄວາມປອດໄພແຮງງານ ໃນບ່ອນເຮັດວຽກ ແມ່ນບໍ່ໄດ້ດີ, ບໍ່ເອົາໃຈໃສ່ ກ່ຽວກັບສະຫວັດດີການສັງຄົມ ຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງຂຶ້ນ ແລະ ຂໍ້ຂັດແຍ່ງນັບມື້ນັບຮຸນແຮງຂຶ້ນເລື້ອຍໆ ມາຮອດວັນທີ 1 ພຶດສະພາ ປີ1886 ເປັນເທື່ອທຳອິດຢູ່ເມືອງຊີກາໂກປະເທດ ສະຫາລັດອາເມລິກາ, ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໄດ້ມີການຕໍ່ສູ້ ສົມທົບເນື້ອໃນຂອງຖະແຫຼງການຮຽກຮ້ອງໃຫ້ນາຍທຶນຕ້ອງປະຕິບັດຕາມຂໍ້ສະເໜີຂອງກຳມະກອນວ່າ: ແຕ່ມື້ນີ້ຕໍ່ໄປບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8ຊົ່ວໂມງຕ້ອງຜັກຜ່ອນ, 8 ຊົ່ວໂມງຕ້ອງຮໍ່າຮຽນ. ຕໍ່ໜ້າສະພາບການເປັນແນວນັ້ນວັນທີ 14 ກໍລະກົດ 1889 ກອງປະຊຸມພັກກອມມູນິດສາກົນ ຄັ້ງທີ II ໄດ້ໄຂຂຶ້ນຢູ່ທີ່ນະຄອນຫຼວງປາຣີ (ປະເທດຝຣັ່ງ) ທີ່ປະຊຸມໄດ້ຜ່ານໂຄງການດຳເນີນງານສຳຄັນຄື: ຊົນຊັ້ນກຳມະກອນສາມັກຄີຕໍ່ສູ້ ແມ່ນທວງເອົາສິດ ແລະ ຜົນປະໂຫຍດຂອງຕົນຢູ່ບັນດາປະເທດທຶນນິຍົມເພື່ອປະຕິບັດຄຳຂັວນ ມື້ໜຶ່ງເຮັດວຽ 8 ຊົ່ວໂມງ ນັບແຕ່ນັ້ນມາຈິ່ງໄດ້ກຳນົດເອົາ ວັນທີ່ 1 ພຶດສະພາ 1886 ເປັນວັນກຳມະກອນສາກົນ ແລະ ໄດ້ກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ ຄຽງຄູ່ກັນນັ້ນ, ຊົນຊັ້ນກໍາມະກອນລາວຍັງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປະຕິວັດ ໂດຍສະເພາະແມ່ນການຕໍ່ສູ້ຕ້ານລັດທິລ່າເມືອງຂື້ນແບບເກົ່າ ແລະ ແບບໃໝ່, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກ ສາມາດໂຄ່ນລົ້ມລະບອບການເມືອງແບບເກົ່າ ແລະ ແບບໃໝ່ຢ່າງເລິກເຊິ່ງ, ສ້າງຕັ້ງລະບອບສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂື້ນໃນວັນທີ 2 ທັນວາ ປີ 1975 ພ້ອມທັງເປັນການປະກອບສ່ວນປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ດັ່ງພາລະກໍາປະຫວັດສາດຂອງຊົນຊັ້ນກໍາມະກອນໄດ້ຊີ້ໃຫ້ພວກເຮົາເຫັນຢ່າງຈະແຈ້ງວ່າ: ຊົນຊັ້ນກໍາມະກອນແມ່ນຊົນຊັ້ນນໍາໜ້າຂອງຍຸກສະໄໝ ຕິດພັນກັບພື້ນຖານການຜະລິດ, ມີລະບຽບວິໄນ, ເປັນຜູ້ມີຫົວຄິດປະດິດສ້າງ, ມີຄວາມສາມາດພຽງພໍໃນການສ້າງສັງຄົມໃໝ່ ທີ່ກ້າວໜ້າສີວິໄລ ແລະ ຍຸຕິທໍາພາຍໃຕ້ການນໍາພາຂອງພັກ. ໃນໂອກາດດຽວກັນນີ້ ຄະນະກໍາມະບານກະຊວງ ກໍໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ພ້ອມທັງຜ່ານຂໍ້ຕົກລົງຂອງປະທານສູນກາງສະຫະພັນກໍາມະບານລາວ ວ່າດ້ວຍການຢັ້ງຢືນໃຫ້ສະຫະພັນກໍາມະບານກະຊວງຍຸຕິທໍາ ເປັນສະຫະພັນກໍາມະບານ 5 ເປັນເຈົ້າປະຈໍາປີ 2023 ສະບັບເລກທີ 408/ສກລ, ລົງວັນທີ 27 ມີນາ 2024, ມອບໃບຢັ້ງຢືນ 5 ເປັນເຈົ້າໃຫ້ສະຫະພັນກໍາມະບານກະຊວງ,ມອບໃບຢັ້ງຢືນ 5 ເປັນເຈົ້າໃຫ້ບັນດາ 11 ຮາກຖານ, ມອບໃບຢັ້ງຢືນ 5 ເປັນເຈົ້າໃຫ້ບັນດາສະມາຊິກກໍາມະບານ 352 ສະຫາຍ, ຍິງ 134 ສະຫາຍ.

   

 

      ໃນຕອນທ້າຍ ສະຫາຍ ໄພວີ ສີບົວລິພາ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທໍາ ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ ໄດ້ມີຄໍາເຫັນເນັ້ນໃຫ້ເພີ່ມທະວີການຈັດຕັ້ງປະຕິບັດການເປັນເສນາທິການໃຫ້ຄະນະພັກຄະນະນໍາກະຊວງ ສູງຂຶ້ນ ໂດຍສະເພາະການລາຍງານວຽກງານຕ່າງໆ ແມ່ນໃຫ້ວ່ອງໄວທັນກັບເວລາ, ເພີ່ມທະວີການນໍາພາການຊີ້ນໍາ ໂດຍສະເພາະແມ່ນແຜນນໍາພາຂອງແຕ່ລະໜ່ວຍໃຫ້ສ້າງເປັນແຜນອັນລະອຽດສອດຄອງກັບວິຊາສະເພາະ ແລະ ກວດກາຄືນເປັນແຕ່ລະໄລຍະ, ເພີ່ມທະວີກົນໄກປະສານງານທັງພາຍໃນ ແລະ ຕ່າງປະເທດ ພ້ອມທັງລຸລວ່ງໃຫ້ສະມາຊິກກໍາມະບານ ເຂົ້າໃຈແຈ້ງເຖິງສະພາບເສດຖະກິດໃນປະຈຸບັນ ໃຫ້ເຊີດຊູມູນເຊື້ອຄວາມສາມັກຄີ, ສະມາຊິກຕ້ອງຍົກສູງກົດໝາຍ ແລະ ລະບຽບການຕ່າງໆ ເອົາໃຈໃສ່ຫ້າວຫັນປະຕິບັດໜ້າທີ່ຄວາມຮັບຜິດຊອບຂອງຕົນ ແລະ ພະຍາຍາມຮຽນຮູ້ພັດທະນາຕົນເອງຢ່າງຮອບດ້ານ, ກໍ່ສ້າງຕົນໃຫ້ມີຄຸນນະພາບຄຽງຄູ່ໄປພ້ອມຄວາມທັນສະໄໝໃນສັງຄົມປັດຈຸບັນ.

ຂ່າວ-ພາບ: ກະຊວງຍຸຕິທໍາ