ກະຊວງຍຸຕິທຳ ສະຫຼຸບວຽກງານກວດກາ ປະຈຳປີ 2023 ແລະ ທິດທາງແຜນການປີ 2024

ກະຊວງຍຸຕິທຳ ສະຫຼຸບວຽກງານກວດກາ ປະຈຳປີ 2023 ແລະ ທິດທາງແຜນການປີ 2024

 

         ໃນວັນທີ 4 ເມສາ 2024 ທີ່ຫ້ອງປະຊຸມໃຫຍ່ ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານກວດກາ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024 ຂຶ້ນ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ເກດສະໜາ ພົມມະຈັນ ຄະນະປະຈຳພັກ, ປະທານຄະນະກວດກາພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ສະຫາຍ ປອ. ດາວບົວລະພາ ບາວົງເພັດ ກຳມະການພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີບັນດາສະຫາຍຄະນະບໍລິຫານງານພັກກະຊວງ, ເລຂາຄະນະພັກຮາກຖານ, ບັນດາເລຂາໜ່ວຍພັກ, ພະນັກງານນຳພາ-ຄຸ້ມຄອງ ຂັ້ນຮອງຫົວໜ້າກົມ, ຜູ້ເຮັດວຽກກວດກາຂອງອົງການຈັດຕັ້ງມະຫາຊົນ ທີ່ຂຶ້ນກັບອົງຄະນະພັກກະຊວງຍຸຕິທຳ ເຂົ້າຮ່ວມ.

         ໃນກອງປະຊຸມ ສະຫາຍ ບຸນເມກ ບັນນາວົງ ຮອງຄະນະກວດກາພັກກະຊວງ, ຫົວໜ້າກົມກວດກາ, ກະຊວງຍຸຕິທຳ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກວດກາຂອງກະຊວງຍຸຕິທຳ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024 ຊຶ່ງສະຫາຍ ໄດ້ຍົກໃຫ້ເຫັນສະພາບຜົນສຳເລັດການຈັດຕັ້ງປະຕິບັດວຽກງານກວດກາ ລວມທັງດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ໃນໄລຍະຜ່ານມາ ພ້ອມທັງວາງທິດທາງແຜນການເຄື່ອນໄຫວວຽກງານ ປະຈຳປີ 2024; ອັນພົ້ນເດັ່ນໃນປີ 2023 ສາມາດຕິດຕາມ ກວດກາ ພົບເຫັນ ການກະທຳຜິດ ກົດລະບຽບ ແລະ ກົດໝາຍ ຈຳນວນ 3 ກໍລະນີ ລວມມູນຄ່າຄວາມເສຍຫານ 197,000,000 ກີບ (ໜຶ່ງຮ້ອຍເກົ້າໝື່ນເຈັດລ້ານກີບ) ສາມາດເກັບຄືນ ແລະ ມອບໃຫ້ຜູ້ເສຍຫາຍ ແລະ ພາກສ່ວນກ່ຽວຂ້ອງສຳເລັດແລ້ວ, ໄດ້ລົງວິໄນຕໍ່ຜູ້ກະທຳຜິດ ທັງ 3 ກໍລະນີ ໂດຍການ ສັບຊ້ອນໄປຮັບໜ້າທີ່ໃໝ່ທີ່ບໍ່ມີຕຳແໜ່ງບໍລິຫານ 1 ກໍລະນີ; ໂຈະການເລື່ອນຊັ້ນຂັ້ນເງິນເດືອນ ແລະ ການຍ້ອງຍໍ ເປັນເວລາ ສອງ ປີ 1 ກໍລະນີ; ໃຫ້ອອກຈາກລັດຖະກອນ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ 1 ກໍລະນີ. ຕິດຕາມ ກວດກາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ 5 ປີ ຄັ້ງທີ IX ພົບເຫັນໂຄງການນອກແຜນ 5 ໂຄງການ ທີ່ບໍ່ສາມາດຈັດຕັ້ງປະຕິບັດ ແລະ ບໍ່ທັນໄດ້ຮັບການແກ້ໄຂ ລວມມູນຄາ 2,689,340,389 ກີບ (ສອງພັນຫົກຮ້ອຍແປດໝື່ນເກົ້າລ້ານສາມແສນສີ່ໝື່ນສາມຮ້ອຍແປດສິບເກົ້າກີບ). ໃນໜຶ່ງປີຜ່ານມາ ມີຄຳຮ້ອງ ແລະ ຄຳສະເໜີ ທັງໝົດ 56 ເລື່ອງ, ສາມາດ ຄົ້ນຄວ້າ ແກ້ໄຂສຳເລັດ ຈຳນວນ 31 ເລື່ອງ ແລະ ຢູ່ໃນຂັ້ນຕອນການຄົ້ນຄວ້າ ຈຳນວນ 25 ເລື່ອງ. ນອກນັ້ນ ກອງປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມ ນິຕິກຳກ່ຽວກັບວຽກງານກວດກາ ຈຳນວນໜຶ່ງ.

ພາບ-ຂ່າວ: ກົມໂຄສະນາເຜີຍແຜ່ກົດໝາຍ