ກອງປະຊຸມແນະນໍາແບບແຜນວິທີເຮັດວຽກຂອງ ກອງ ແລະ ຫ້ອງປະຕິບັດຄໍາຕັດສີນຂອງສານຢູ່ນະຄອນຫຼວງວຽງຈັນ

ກອງປະຊຸມແນະນໍາແບບແຜນວິທີເຮັດວຽກຂອງ ກອງ ແລະ ຫ້ອງປະຕິບັດຄໍາຕັດສີນຂອງສານຢູ່ນະຄອນຫຼວງວຽງຈັນ

***********************

      ເພື່ອເປັນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍຄໍາຕັດສີນຂອງສານ (ສະບັບປັບປຸງ) ແລະ ແຈ້ງການຂອງຫ້ອງ ວ່າການສໍານັກງານນາຍົກລັດຖະມົນຕີ, ສະບັບເລກທີ 1384/ຫສນຍ, ລົງວັນທີ 26 ກໍລະກົດ 2023 ໃຫ້ປາກົດຜົນ ເປັນຈິງ. ໃນວັນທີ 25 ມີນາ 2024 ກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານ ໄດ້ເປີດກອງປະຊຸມແນະນຳ ແບບແຜນ ແລະ ວິທີເຮັດວຽກຂອງກອງ ແລະ ຫ້ອງປະຕິບັດຄໍາຕັດສີນຂອງສານ ໂດຍການ ເປັນປະທານຂອງ ທ່ານ ກອງສີ ສາຍສຸດທາ ຫົວໜ້າກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານ ກະຊວງຍຸຕິທໍາ ເຂົ້າຮ່ວມມີ ຫົວໜ້າພະ ແນກຍຸຕິທໍານະຄອນຫຼວງວຽງຈັນ, ຫົວໜ້າຫ້ອງການ, ຫົວໜ້າກົມກວດກາ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ພ້ອມດ້ວຍພະນັກງານປະຕິບັດຄໍາຕັັັັັັັັດສີນຂອງສານ ຈາກພະແນກຍຸຕິທໍານະຄອນຫຼວງວຽງຈັນ, ບັນດາຫົວໜ້າຫ້ອງ ການຍຸຕິທໍາ 9 ເມືອງຂອງນະຄອນຫຼວງວຽງຈັນເຂົ້າຮ່ວມ.

     ໃນໂອກາດການລົງເຄື່ອນໄຫວຕິດຕາມຊຸກຍູ້ວຽກງານຢູ່ພະແນກຍຸຕິທໍານະຄອນຫຼວງວຽງຈັນໃນຄັ້ງນີ້. ທ່ານ ກອງສີ ສາຍສຸດທາ ຫົວໜ້າກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານ ກໍໄດ້ມີການ ແນະນຳແບບແຜນ ແລະ ວິທີ ເຮັດວຽກ ໃຫ້ແກ່ພະນັກງານປະຕິບັດຄໍາຕັັດສີນຂອງສານ ຂອງພະແນກ ຍຸຕິທໍານະຄອນຫຼວງວຽງຈັນ, ບັນດາຫ້ອງ ການຍຸຕິທໍາເມືອງ ເປັນຕົ້ນ ແມ່ນວຽກງານຈັດຕັ້ງ ແລະ ພະນັກງານ, ວຽກງານຄົ້ນຄ້ວາ ແລະ ສະຖິຕິຄໍາຕັດສີນ ຂອງສານ, ການບັງຄັບປະຕິບັດຄຳຕັດສິນຂອງສານ, ການປະມູນ ແລະ ຂາຍຊັບ, ວຽກງານເກັບກູ້ໜີ້ສິນ ແລະ ຊໍາລະ ສະສາງ, ວຽກງານຄຸ້ມຄອງ ແລະ ກວດກາການ ປະຕິບັດຄໍາຕັດສີນຂອງສານ ແລະ ວຽກງານບໍລິຫານ-ການເງິນ. ພ້ອມ ທັງຍົກໃຫ້ ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ໃນການປະຕິບັດຄຳຕັດສິນຂອງສານທີ່ຈະຕ້ອງໄດ້ສືບຕໍ່ແກ້ ໄຂໃນຕໍ່ໜ້າ. ຫລັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ມີການປືກສາຫາລື ແລະ ແລກປ່ຽນບົດຮຽນທາງດ້ານວິ ຊາການຮ່ວມກັນ ລະຫວ່າງ ຂະແໜງການປະຕິບັດຄຳຕັດສິນຂອງສານຂັ້ນນະຄອນ ຫຼວງວຽງຈັນ ກັບໜ່ວຍງານປະ ຕິບັດຄຳຕັດສິນຂອງສານຢູ່ຂັ້ນເມືອງ ໃນໄລຍະຜ່ານມາ. ທັງໝົດ ນັ້ນກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງ ກ່າວ ມີຄວາມກົມກຽວ, ສອດຄ່ອງ ແລະ ມີຄວາມເປັນເອກະພາບກັນໃນຕໍ່ໜ້າ. ພ້ອມດຽວກັນນີ້ ຍັງໄດ້ຮັບຟັງການ ລາຍງານ ວຽກງານງົບປະມານ, ການເງິນ ແລະ ຄຸ້ມຄອງຊັບສິນ ຈາກຫ້ອງການກະຊວງ, ວຽກງານຈັດຕັ້ງ ແລະ ນະໂຍ ບາຍພະນັັັັກງານ ຈາກກົມຈັດຕັ້ງ-ພະນັກງານ ແລະ ວຽກງານກວດກາ ຈາກກົມກວດກາ. ເພື່ອໃຫ້ພະນັກງານປະຕິບັດ ຄໍາຕັດສີນຂອງສານ ທີ່ຮັບຜິດຊອບໃນວຽກງານຕ່າງໆຂອງກອງ ແລະ ຫ້ອງປະຕິບັດຄໍາ ຕັດສີນຂອງສານຢູ່ນະຄອນ ຫຼວງວຽງຈັນ ຮັບຮູ້ ແລະ ເຂົ້າໃຈ, ເປັນບ່ອນອີງໃນການຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງ ແລະ ໄດ້ຮັບຜົນດີ.

 

     ໃນໂອກາດດັ່ງກ່າວ ທ່ານ ກອງສີ ສາຍສຸດທາ ຫົວໜ້າກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານ ກໍໄດ້ ແນະນໍາວຽກງານຮອບດ້ານ ພ້ອມຮຽກຮ້ອງໃຫ້ພະນັັັັັັກງານປະຕິບັດຄໍາຕັດສີນຂອງສານ ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ພະນັກງານຢູ່ໃນຄວາມຮັບຜິດຊອບຂອງຕົນ ມີ ແນວຄິດອຸ່ນອ່ຽງທຸ່ນທ່ຽງ ແລະ ສືບຕໍ່ຜັນຂະ ຫຍາຍດ້ານດີ, ປັບປຸງດ້ານອ່ອນ ແລະ ເອົາໃຈໃສ່ແກ້ໄຂ ຂໍ້ຄົງຄ້າງທີ່ຜ່ານມາໃຫ້ຕົກໄປ ພ້ອມກັນສຸມໃສ່ຈັດຕັ້ງປະ ຕິບັດວຽກງານຂອງກອງ ແລະ ຫ້ອງປະຕິບັດຄໍາຕັດສີນຂອງສານ ໃຫ້ບັນລຸຕາມແຜນການທີ່ວາງໄວ້.

ຂ່າວ-ພາບ: ກົມໂຄສະນາເຜີຍແຜ່ກົດໝາຍ