ການແຂ່ງຂັນບານເຕະມິດຕະພາບ

       ວັນທີ 8 ມິຖຸນາ 2016 ທີ່ເດີ່ນເຕະບານສູນການຄ້າລາວໄອເຕັກ, ກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານ ໄດ້ສ້າງຂະບວນການບານເຕະ ມິດຕະພາບ ກັບ ຄະນະກໍາມະການແຫ່ງຊາດເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ຈຸດປະສົງເພື່ອເປັນການຮັດແໜ້ນຄວາມສາມັກຄີ ແລະ ແລກ ປ່ຽນບົດຮຽນຂອງສອງອົງການ. ກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານ ນໍາພາ ໂດຍ ທ່ານ ຄໍາພອນ ສີປະເສີດ ຫົວໜ້າກົມ ຝ່າຍຄະນະກໍາມະ ການແຫ່ງຊາດເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ນໍາພາໂດຍ ທ່ານ ພຸດສະຫວາດ ສູນດາລາ ຮອງຫົວໜ້າຫ້ອງການ ພ້ອມດ້ວຍຄະນະກົມ, ຄະນະ ພະແນກ, ພະນັກງານວິຊາການ ອ້າຍ, ເອື້ອຍ, ນ້ອງ ທັງສອງ ຝ່າຍເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

       ບັນຍາກາດຂອງການແຂ່ງກິລາບານເຕະ ແມ່ນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ຊຶ່ງຜົນການແຂ່ງຂັນປາກົດວ່າຝ່າຍຄະນະກໍາມະການແຫ່ງ ຊາດເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ເປັນຝ່າຍຊະນະ 9 ປະຕູຕໍ່ 3.

ຂ່າວ: ສຸພັນໄຄສີ
ພາບ: ລຸນສະຫວັດ ຊະນະເລີດ