ການເຄື່ອນໄຫວຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ຢູ່ ສສ ຫວຽດນາມ

          ໃນລະຫວ່າງວັນທີ 26-30 ກໍລະກົດ 2016 ຜ່ານມານີ້ ກົມຄຸ້ມຄອງລະບົບຍຸຕິທຳ ໄດ້ໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໂດຍການນຳພາຄະນະຂອງ ທ່ານ ປທ ວິກອນ ບຸນວິໄລ ຮອງຫົວໜ້າກົມ ຄຸ້ມຄອງລະບົບຍຸຕິທຳ ກະຊວງຍຸຕິທຳ ພ້ອມດ້ວຍພະນັກງານຂັ້ນພະແນກ ຈຳນວນ 12 ທ່ານ, ຍິງ 7 ທ່ານ. ຈຸດປະສົງຂອງການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫຽວດນາມ ຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍເນື້ອໃນຈິດໃຈຂອງບົດ ບັນທຶກການຮ່ວມມື ລະຫວ່າງ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ໃນຂົງເຂດກົດໝາຍ-ຍຸຕິທຳ ໄລຍະປີ 2015-2020.

          ໃນຕອນເຊົ້າຂອງວັນທີ 27 ກໍລະກົດ 2016 ຫົວໜ້າຄະນະກໍໄດ້ນຳພາພະນັກງານ ເຂົ້າຢ້ຽມຂໍ່ານັບ ທ່ານ   ຫວງ້ຽນແຄັງຫງ໋ອກ ຮອງລັດຖະມົນຕີ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ຫຼັງຈາກນັ້ນ, ກໍສືບຕໍ່ເຮັດວຽກຮ່ວມ ກັບກົມທະບຽນຄອບຄົວ, ສັນຊາດ ແລະ ຢັ້ງຢືນຄວາມຖືກຕ້ອງ, ກົມລູກລ້ຽງ, ກົມໂຄສະນາອົບຮົມກົດໝາຍ ແລະ ກົມຊ່ວຍເຫຼືອດ້ານຍຸຕິທຳ. ຕະຫຼອດໄລຍະການເຮັດວຽກຮ່ວມກັບບັນດາກົມດັ່ງກ່າວນັ້ນ, ບັນດາພະນັກງານຈາກ ກົມຄຸ້ມຄອງລະບົບຍຸຕິທຳ ກໍໄດ້ຮັບຟັງການສະເໜີຂໍ້ມູນຈາກຝ່າຍຫວຽດນາມ ເຊັ່ນ ວຽກງານທະບຽນຄອບຄົວ ໃນນັ້ນໄດ້ລົງເລີກກ່ຽວກັບການຈົດທະບຽນການຮັບຮູ້ຄວາມເປັນພໍ່, ການແຕ່ງຕັ້ງຜູ່ປົກຄອງ, ການຫາຍສາບສູນ ແລະ ເສຍຊີວິດຕາມຄຳຕັດສີນຂອງສານ. ສ່ວນວຽກງານສັນຊາດ ໄດ້ລົງກ່ຽວກັບວຽກງານການຈົດທະບຽນສັນຊາດ, ການເອົາເດັກໄປເປັນລູກລ້ຽງ ແລະ ເອກະສານຕ່າງໆທີ່ເປັນບ່ອນອີງໃນວຽກງານດັ່ງກ່າວ. ວຽກງານການໄກ່ເກັ່ຍຂໍ້ຂັດ ແຍ່ງຂັ້ນບ້ານ ຂອງ ສສ ຫວຽດນາມ ແມ່ນວຽກງານໜຶ່ງທີ່ຂຶ້ນກັບກົມໂຄສະນາອົບຮົມກົດໝາຍ. ວຽກງານຊ່ວຍເຫຼືອລ້າດ້ານກົດໝາຍ ໄດ້ລົງເລິກວຽກງານການສ້າງຕັ້ງ, ການຄຸ້ມຄອງ ແລະ ການເຄື່ອນໄຫວຂອງຫ້ອງການຊ່ວຍ ເຫຼືອລ້າດ້ານກົດໝາຍ, ວຽກງານຄຸ້ມຄອງທະນາຍຄວາມ, ການສະໝັກເປັນສະມາຊິກທະນາຍຄວາມ, ການອອກໃບອະນຸຍາດວ່າຄວາມ ລວມທັງການຝຶກອົບຮົມວຽກງານທະນາຍຄວາມ ນອກນີ້ກອງປະຊຸມຍັງມີການປະກອບຄຳ ເຫັນ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ເຮັດໃຫ້ບັນຍາກາດແຫ່ງມິດຕະພາບມີຄວາມຟົດຟື້ນ.

          ການພົບປະແລກປ່ຽນບົດຮຽນຄັ້ງນີ້ ໄດ້ດຳເນີນເປັນເວລາ 2 ວັນ, ພາຍຫຼັງທີ່ສຳເລັດການແລກປ່ຽນບົດຮຽນແລ້ວ, ຝ່າຍເຈົ້າພາບກໍໄດ້ນຳພາຄະນະຈາກ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄປທ່ຽວຊົມສະຖານທີ່ທ່ອງທ່ຽວ, ສະ ຖານທີ່ສັກສິດ ແລະ ໃນຕອນຄ່ຳກໍມີພາເຂົ້າສາມັກຄີ ໂດຍການໃຫ້ກຽດເປັນເຈົ້າພາບຂອງ ທ່ານ ຫວງ້ຽນແຄັງຫງ໋ອກ ຮອງລັດຖະມົນຕີ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ແລະ ຫົວໜ້າຄະນະຈາກກົມຄຸ້ມຄອງລະບົບຍຸຕິທຳ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບຂອງທ່ານລັດຖະມົນຕີ ພ້ອມດ້ວຍຄະນະ, ຂອບໃຈຕໍ່ບັນດາກົມກ່ຽວຂ້ອງທີ່ໄດ້ສະໜອງຂໍ້ມູນຕ່າງໆທີ່ເປັນປະໂຫຍດໃຫ້ແກ່ການພົບປະຢ້ຽມຢາມໃນ ຄັ້ງນີ້.

 

                                                                                                                                                                                                ຂ່າວ ແລະ ຮູບພາບໂດຍ: ສ. ບຸນຄ້ຳ (ນັກຂ່າວກົມຄຸ້ມຄອງລະບົບຍຸຕິທຳ)

ປະເພດຂ່າວ: