ກົມຄຸ້ມຄອງລະບົບຍຸຕິທຳ ເຄື່ອນໄຫວວຽກງານທາງ ລັດຖະການຢູ່ ສສ ຫວຽດນາມ

ການເຄື່ອນໄຫວຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ຢູ່ ສສ ຫວຽດນາມ

          ໃນລະຫວ່າງວັນທີ 26-30 ກໍລະກົດ 2016 ຜ່ານມານີ້ ກົມຄຸ້ມຄອງລະບົບຍຸຕິທຳ ໄດ້ໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໂດຍການນຳພາຄະນະຂອງ ທ່ານ ປທ ວິກອນ ບຸນວິໄລ ຮອງຫົວໜ້າກົມ ຄຸ້ມຄອງລະບົບຍຸຕິທຳ ກະຊວງຍຸຕິທຳ ພ້ອມດ້ວຍພະນັກງານຂັ້ນພະແນກ ຈຳນວນ 12 ທ່ານ, ຍິງ 7 ທ່ານ. ຈຸດປະສົງຂອງການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫຽວດນາມ ຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍເນື້ອໃນຈິດໃຈຂອງບົດ ບັນທຶກການຮ່ວມມື ລະຫວ່າງ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ໃນຂົງເຂດກົດໝາຍ-ຍຸຕິທຳ ໄລຍະປີ 2015-2020.

Subscribe to RSS - ກົມຄຸ້ມຄອງລະບົບຍຸຕິທຳ ເຄື່ອນໄຫວວຽກງານທາງ ລັດຖະການຢູ່ ສສ ຫວຽດນາມ