ກອງປະຊຸມ ການກຳນົດມາດຕະການທາງເລືອກ ສຳລັບເດັກກະທຳຜິດ

       ກອງປະຊຸມ ປຶກສາຫາລືກ່ຽວກັບການກຳນົດມາດຕະການທາງເລືອກ ສຳລັບເດັກກະທຳຜິດ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 16-18 ສິງຫາ 2016 ທີ່ ບາງກອກ, ຣາຊະອານາຈັກໄທ ມີຜູ້ເຂົ້າຮ່ວມຈາກບັນດາປະເທດຄູ່ຮ່ວມງານໂຄງການຂອງອົງການ ອຸຍນິເຊບ (UNICEF) 12 ປະເທດ ເຊັ່ນ ສປປ ລາວ ຕາງໜ້າໂດຍ ກົມຄຸ້ມຄອງລະບົບຍຸຕິທຳ ກະຊວງຍຸຕິທຳ, ກຳປູເຈຍ, ອິນໂດເນເຊຍ, ສສ ຫວຽດນາມ, ມາເລເຊຍ, ມຽນມາ, ຟີລິບປິນ, ຕີມໍເລສເຕ, ປາປົວນິວກິນີ, ມົງໂກເລຍ, ສປ ຈີນ, ຜູ້ປະສານງານພ້ອມດ້ວຍຜູ້ຕາງໜ້າອົງການ ອຸຍນິເຊບ (UNICEF) ປະຈໍາແຕ່ລະປະເທດ ລວມທັງໝົດ 76 ທ່ານ.

       ກອງປະຊຸມ ໄດ້ຮັບຟັງການສະເໜີພາບລວມກ່ຽວກັບການແບ່ງ ແລະ ມາດຕະການທາງເລືອກສຳລັບເດັກ ໃນຂໍ້ຂັດແຍ່ງທາງກົດໝາຍ, ຂະບວນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາກ່ຽວຂ້ອງ. ຈາກນັ້ນ ຜູ້ຕາງໜ້າຈາກບັນດາປະເທດທີ່ຖືກເຊີນ ກໍໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານເດັກ ເປັນຕົ້ນແມ່ນມາດຕະຖານສັງຄົມ, ກົດໝາຍ, ນະໂຍບາຍ,  ການເຂົ້າເຖິງການບໍລິການ, ວັດທະນະທຳ-ສັງຄົມ, ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ແລະ ບັນດາສິ່ງທ້າທາຍອື່ນໆ ຊຶ່ງແຕ່ລະປະເທດ ແມ່ນມີຂະບວນການທາງດ້ານກົດໝາຍ ແລະ ວິທີການການຈັດຕັ້ງປະຕິບັດແຕກຕ່າງກັນ ເຊັ່ນ ການກຳນົດອາຍຸຂອງເດັກ ທີ່ມີຄວາມຮັບຜິດຊອບທາງອາຍາ, ການແກ້ໄຂຂໍ້ຂັດແຍ່ງ, ການກຳນົດໂທດ, ການພາກໂທດ, ການເກັບກຳ ແລະ ສົ່ງຂໍ້ມູນ ໂດຍນຳໃຊ້ລະບົບ SMS, ອົງການທີ່ເປັນເຈົ້າການກ່ຽວກັບການກຳຜິດຂອງເດັກ ລວມເຖິງຂະບວນການຜີກເດັກອອກຈາກຂະບວນການຍຸຕິທຳ. ກອງປະຊຸມຍັງໄດ້ພ້ອມກັນຄົ້ນຄວ້າ ແລະ ຮັບຮອງເອົາແຜນການໃນ 3 ປີຕໍ່ໜ້າ ກ່ຽວກັບວຽກງານການຜີກເດັກອອກຈາກຂະບວນການຍຸຕິທຳຕື່ມອີກ.

ຂ່າວໂດຍ: ສ. ບຸນຄໍ້າ (ນັກຂ່າວກົມຄຸ້ມຄອງລະບົບຍຸຕິທຳ)