ເຄື່ອນໄຫວວຽກງານທາງລັດຖະການ ຢູ່ ຣາຊະອານາຈັກໄທ

ກອງປະຊຸມ ການກຳນົດມາດຕະການທາງເລືອກ ສຳລັບເດັກກະທຳຜິດ

       ກອງປະຊຸມ ປຶກສາຫາລືກ່ຽວກັບການກຳນົດມາດຕະການທາງເລືອກ ສຳລັບເດັກກະທຳຜິດ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 16-18 ສິງຫາ 2016 ທີ່ ບາງກອກ, ຣາຊະອານາຈັກໄທ ມີຜູ້ເຂົ້າຮ່ວມຈາກບັນດາປະເທດຄູ່ຮ່ວມງານໂຄງການຂອງອົງການ ອຸຍນິເຊບ (UNICEF) 12 ປະເທດ ເຊັ່ນ ສປປ ລາວ ຕາງໜ້າໂດຍ ກົມຄຸ້ມຄອງລະບົບຍຸຕິທຳ ກະຊວງຍຸຕິທຳ, ກຳປູເຈຍ, ອິນໂດເນເຊຍ, ສສ ຫວຽດນາມ, ມາເລເຊຍ, ມຽນມາ, ຟີລິບປິນ, ຕີມໍເລສເຕ, ປາປົວນິວກິນີ, ມົງໂກເລຍ, ສປ ຈີນ, ຜູ້ປະສານງານພ້ອມດ້ວຍຜູ້ຕາງໜ້າອົງການ ອຸຍນິເຊບ (UNICEF) ປະຈໍາແຕ່ລະປະເທດ ລວມທັງໝົດ 76 ທ່ານ.

Subscribe to RSS - ເຄື່ອນໄຫວວຽກງານທາງລັດຖະການ ຢູ່ ຣາຊະອານາຈັກໄທ