ຈັດຝຶກອົບຮົມວຽກງານການເອົາເດັກໄປເປັນລູກລ້ຽງ ໃຫ້ແກ່ຄະນະຮັບຜິດຊອບຂັ້ນເມືອງ

     ເພື່ອສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານການເອົາເດັກໄປເປັນລູກລ້ຽງ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບພິຈາລະນາການເອົາເດັກໄປ ເປັນລູກລ້ຽງຂັ້ນເມືອງ ໃນຂອບເຂດທົ່ວປະເທດ ໃນລະຫວ່າງວັນທີ 24-28 ກໍລະກົດ  2017 ຜ່ານມານີ້, ກົມສົ່ງເສີມລະບົບຍຸຕິທໍາ ໄດ້ຈັດຝຶກອົບຮົມວຽກງານການເອົາເດັກໄປເປັນລ້ຽງ ໃຫ້ແກ່ຄະນະຮັບຜິດຊອບພິຈາລະນາ ການເອົາເດັກໄປເປັນລູກລ້ຽງຂັ້ນເມືອງ ຈັດຂຶ້ນທີ່ ເມືອງວັງວຽງ, ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນຊ່ວງ ທະວີສັກ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ມີຜູ້ເຂົ້າຮ່ວມທີ່ມາຈາກຂະແໜງການທີ່ກ່ຽວ ຂ້ອງຂອງບັນດາເມືອງໃນນະຄອນຫຼວງວຽງຈັນ ແລະ ແຂວງ ຊຽງຂວາງ ທັງໝົດ 07 ເມືອງ ລວມທັງໝົດ 31 ທ່ານ, ຍິງ 5 ທ່ານ.

     

     ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈດຳລັດຂອງລັດຖະບານ ສະບັບເລກທີ 194/ລບ, ລົງວັນທີ 12 ມິຖຸນາ 2014 ວ່າດ້ວຍການເອົາເດັກໄປເປັນລູກລ້ຽງ ເປັນຕົ້ນ ແມ່ນ ການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຂະແໜງການທີ່ກ່ຽວຂ້ອງ ທີ່ກຳນົດໄວໃນດຳລັດດັ່ງກ່າວ. ຕະຫຼອດລະຍະການຝຶກອົບຮົມ ບັນດາວິທະຍາກອນ ກໍໄດ້ຜັດປ່ຽນກັນຂຶ້ນນຳສະເໜີເອກະສານຕ່າງໆ ແລະ ປະສົບການເຮັດວຽກຕົວຈິງຂອງຄະນະຜິດຊອບ, ມີການແລກປ່ຽນຄວາມຄິດຄວາມເຫັນລະຫວ່າງວິທະຍາກອນກັບນັກສຳມະນາກອນ ເຮັດໃຫ້ການຝຶກອົບຮົມມີບັນຍາກາດຟົດຟື້ນ. ນອກຈາກ ການສະເໜີທິດສະດີ ແລະ ເອກະສານແລ້ວ ບັນດານັກວິທະຍາກອນກໍໄດ້ນຳພານັກສຳມະນາກອນເຮັດທົດລອງ ຕົວຢ່າງ ການເອົາເດັກໄປລູກລ້ຽງ ເຊັ່ນ ຂັ້ນຕອນການພິຈາລະນາການເອົາເດັກໄປເປັນລູກລ້ຽງ, ການປະເມີນຄອບຄົວທີ່ຈະເອົາເດັກໄປ ເປັນລູກລ້ຽງ, ການປະເມີນເດັກ, ການປະເມີນຄອບຄົວເດັກ, ຜົນປະໂຫຍດສູງສຸດຂອງເດັກ, ທາງເລືອກໃນການເບິ່ງແຍງລ້ຽງດູເດັກ, ຄວາມປອດໄພຂອງເດັກ, ການຄຸ້ມຄອງ ແລະ ຕິດຕາມກວດກາ, ການປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດເຖິງຂັ້ນຕອນຕ່າງໆທີ່ສຳຄັນ. ໃນວັນທີ 31 ກໍລະກົດ-4 ສິງຫາ 2017 ກໍໄດ້ສືບຕໍ່ຈັດຝຶກອົບຮົມວຽກງານດັ່ງກ່າວ ຢູ່ແຂວງ ບໍລິຄໍາໄຊ ມີຜູ້ເຂົ້າຮ່ວມທີ່ຈາກຂະແໜງການທີ່ກ່ຽວຂ້ອງຂອງ ບັນດາເມືອງ ໃນແຂວງ ຫົວພັນ ແລະ ບໍລິຄຳໄຊ ທັງໝົດ 12 ເມືອງ ລວມທັງໝົດ 41 ທ່ານ, ຍິງ 7 ທ່ານ. ການຝຶກອົບຮົມທັງສອງຊຸດນີ້ ແມ່ນໄດ້ຮັບການ ສະໜັບສະໜຸນຈາກອົງການ UNICEF ປະຈຳ ສປປ ລາວ.

     ໃນມື້ສຸດທ້າຍຂອງການຈັດຝຶກອົບຮົມ ໄດ້ມີພິທີມອບໃບຢັ້ງຢືນໃຫ້ແກ່ຜູ້ສຳເລັດການຝຶກອົບຮົມ ໃຫ້ກຽດມອບໂດຍ ທ່ານ ບຸນສະຫວາດ ບຸບຜາ, ຮອງລັດຖະມົນຕີກະຊວງຍຸຕິທຳ.

ຂຽນຂ່າວ: ສ. ບຸນຄ້ຳ, ຖ່າຍພາບ: ພຸດດາວັນ ຫລວງອາມາດ

ຜູ້ປະສານງານ ກົມສົ່ງເສີມລະບົບຍຸຕິທຳ

ປະເພດຂ່າວ: