ເຄື່ອນໄຫວວຽກງານທີ່ ແຂວງ ວຽງຈັນ ແລະ ແຂວງ ບໍລິຄຳໄຊ

ຈັດຝຶກອົບຮົມວຽກງານການເອົາເດັກໄປເປັນລູກລ້ຽງ ໃຫ້ແກ່ຄະນະຮັບຜິດຊອບຂັ້ນເມືອງ

     ເພື່ອສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານການເອົາເດັກໄປເປັນລູກລ້ຽງ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບພິຈາລະນາການເອົາເດັກໄປ ເປັນລູກລ້ຽງຂັ້ນເມືອງ ໃນຂອບເຂດທົ່ວປະເທດ ໃນລະຫວ່າງວັນທີ 24-28 ກໍລະກົດ  2017 ຜ່ານມານີ້, ກົມສົ່ງເສີມລະບົບຍຸຕິທໍາ ໄດ້ຈັດຝຶກອົບຮົມວຽກງານການເອົາເດັກໄປເປັນລ້ຽງ ໃຫ້ແກ່ຄະນະຮັບຜິດຊອບພິຈາລະນາ ການເອົາເດັກໄປເປັນລູກລ້ຽງຂັ້ນເມືອງ ຈັດຂຶ້ນທີ່ ເມືອງວັງວຽງ, ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນຊ່ວງ ທະວີສັກ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ມີຜູ້ເຂົ້າຮ່ວມທີ່ມາຈາກຂະແໜງການທີ່ກ່ຽວ ຂ້ອງຂອງບັນດາເມືອງໃນນະຄອນຫຼວງວຽງຈັນ ແລະ ແຂວງ ຊຽງຂວາ

Subscribe to RSS - ເຄື່ອນໄຫວວຽກງານທີ່ ແຂວງ ວຽງຈັນ ແລະ ແຂວງ ບໍລິຄຳໄຊ