ກອງປະຊຸມວຽກງານສະພາທະນາຍຄວາມປະຈຳປີ 2023

ກອງປະຊຸມວຽກງານສະພາທະນາຍຄວາມປະຈຳປີ 2023

 

          ໃນລະຫວ່າງວັນທີ 28-29 ມີນາ 2024 ຢູ່ທີ່ຫ້ອງປະຊຸມສູນ ICTC ໄດ້ຈັດກອງປະຊຸມວຽກງານສະພາທະນາຍຄວາມ ປະຈຳປີ 2023 ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ຈອມຄຳ ບຸຜາລິວັນ ຫົວໜ້າກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທຳ ແລະ ທ່ານ ວໍລັດສະໝີ ສຸລິປະພັນ ປະທານສະພາທະນາຍຄວາມ, ມີ ຫົວໜ້າກົມ, ຮອງຫົວໜ້າກົມ, ຕາງໜ້າໜ່ວຍສະພາທະນາຍຄວາມປະຈຳເມືອງ 9 ເມືອງ ທີ່ຂຶ້ນກັບນະຄອນຫຼວງວຽງຈັນ, ຫ້ອງການສະພາທະນາຍຄວາມປະຈຳແຂວງ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

         ກອງປະຊຸມສະພາທະນາຍຄວາມປະຈໍາປີ 2023 ນີ້ ຈະໄດ້ຕີລາຄາການເຄື່ອນໄຫວຂອງຄະນະປະຈໍາ, ຄະນະບໍລິຫານງານ ສະພາທະນາຍຄວາມ ແລະ ການເຄື່ອນໄຫວວິຊາຊີບທະນາຍຄວາມ, ການເຄື່ອນໄຫວວຽກງານກວດກາ, ວຽກງານການເງິນຂອງສະພາທະນາຍຄວາມໃນ 1 ປີ ຜ່ານມາ ແລະ ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ຊອກຫາວິທີແກ້ໄຂຂໍ້ຄົງຄ້າງຕໍ່ບົດລາຍງານທັງ 3 ບົດ ແລະ ທິດທາງແຜນການ ປີ 2024 ທັງ 3 ແຜນການ.

         ໃນພິທີ ທ່ານ ນີວັນ ສົມແສງດີ ຮອງປະທານສະພາທະນາຍຄວາມ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານຂອງສະພາທະນາຍຄວາມ ປະຈຳປີ 2023 ແລະ ທິດທາງແຜນການພັດທະນາ ປະຈໍາປີ 2024 ຊຶ່ງທ່ານໄດ້ຍົກໃຫ້ເຫັນຫຼາຍບັນຫາສຳຄັນ ເປັນຕົ້ນແມ່ນສະພາບລວມຂອງການເຄື່ອນໄຫວວຽກງານຂອງທະນາຍຄວາມ ຕາມແຜນພັດທະນາ 5 ປີ ແຕ່ປີ2021-2025 ຕາມມະຕິທີຮັບຮອງໃນກອງປະຊຸມໃຫຍ່ຄັ້ງທີ VIII ໃນວັນທີ 18 ທັນວາ 2020. ນອກຈາກນັ້ນ, ຍັງຍົກໃຫ້ເຫັນຜົນສໍາເລັດໃນແຕ່ລະດ້ານ ເປັນຕົ້ນ ດ້ານດ້ານການເມືອງ-ແນວຄິດ; ດ້ານການຈັດຕັ້ງ, ດ້ານການເຄື່ອນໄຫວວິຊາຊີບທະນາຍຄວາມ (ການບໍລິການທາງດ້ານກົດໝາຍ) ແລະ ການເຄື່ອນໄຫວຂອງກົງຈັກຊ່ວຍວຽກຂອງສະພາທະນາຍຄວາມ ຊຶ່ງປະກອບມີ ຫ້ອງການ; ຂະແໜງການຈັດຕັ້ງ-ນະໂຍບາຍ; ຂະແໜງການໂຄສະນາຖະແຫຼ່ງຂ່າວ; ຂະແໜງການເງິນ-ການບັນຊີ; ຂະແໜງການປະສານງານກັບອົງການຈັດຕັ້ງລັດ ແລະ ເອກະຊົນ; ຂະແໜງການຈັດຕັ້ງມະຫາຊົນ ແລະ ສ້າງຂະບວນການ; ຂະແໜງນິຕິກຳ; ຂະແໜງພັດທະນາວິຊາຊີບທະນາຍຄວາມ; ຂະແໜງພົວພັນຕ່າງປະເທດ; ຂະແໜງການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ອື່ນໆ. ນອກນັ້ນຍັງຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດທີ່ພາໃຫ້ມີດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້. ນອກນັ້ນໃນກອງປະຊຸມຍັງໄດ້ຜ່ານໂຄງຮ່າງ ກົດລະບຽບພາຍໃນຂອງສະພາທະນາຍຄວາມ ສະບັບປັບປຸງ ປະຈຳປີ 2023 ເພື່ອໃຫ້ຜູ້ເຂົ້າຮ່ວມກອປະຊຸມປະກອບຄໍາເຫັນ. ຈາກນັ້ນ, ທ່ານ ນາງ ລໍາເງິນ ຄັດສະຫວ່າງ ຮອງປະທານສະພາທະນາຍຄວາມ ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານການເງິນ ປະຈຳ ປີ 2023 ແລະ ແຜນພັດທະນາ ປີ 2024 ເປັນຕົ້ນ ການຄຸ້ມຄອງວຽກງານການເງິນ, ສະຫຼຸບລາຍຮັບ-ລາຍຈ່າຍ ແລະ ແຜນການຄາດຄະເນປະຈຳປີ 2024. ທ່ານ ວິລະໄຊ ຊົງວິໄລ ຮອງປະທານກວດກາ ໄດ້ຜ່ານວຽກງານການເຄື່ອນໄຫວຄະນະກວດກາ ປີ 2023 ແລະ ແຜນພັດທະນາ ປີ 2024 ຕື່ມອີກ. ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ປະກອບຄໍາເຫັນຕໍ່ຮ່າງບົດສະຫຼຸບ ແລະ ໂຄງຮ່າງ ກົດລະບຽບ ພາຍໃນຂອງສະພາທະນາຍຄວາມ ສະບັບປັບປຸງ ເພື່ອຮັບປະກັນ ແລະ ໃຫ້ສອດຄ່ອງກັບຄວາມເປັນຈິງ ເຮັດໃຫ້ການຈັດຕັ້ງປະຕິບັດມີປະສິດພາບ ແລະ ປະສິດທິຜົນໃນຕໍ່ໜ້າ.

           ໃນໂອກາດກອງປະຊຸມດັ່ງກ່າວ ທ່ານ ບຸນທາ ຊົງເຢີທ່າວ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ໃຫ້ກຽດເຂົ້າໂອ້ລົມຕໍ່ກອງປະຊຸມ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ຫຼາຍດ້ານ ແລະ ທ່ານ ໄດ້ເນັ້ນບາງບັນຫາ ໃຫ້ສະພາທະນາຍຄວາມເອົາໃຈໃສ່ໃນຕໍ່ໜ້າ ເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຖັນແຖວສະມາຊິກສະພາທະນາຍຄວາມ ໃຫ້ເລິກເຊິ່ງ; ສືບຕໍ່ປັບປຸງການຈັດຕັ້ງສະພາທະນາຍຄວາມ ໃຫ້ປອດໃສ່, ເຂັ້ມແຂງ ແລະ ໜັກແໜ້ນ; ເອົາໃຈໃສ່ວຽກງານກວດກາ ແກ້ໄຂບັນຫາປາກົດການຫຍໍ້ທໍ້ຂອງສະມາຊິກ; ຄົ້ນຄວ້າປັບປຸງບັນດານິຕິກຳ ໃຫ້ມີຄວາມສອດຄ່ອງ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານຂອງສະພາທະນາຍຄວາມ.

ຂຽນຂ່າວ-ຖ່າຍພາບ: ກົມໂຄສະນາເຜີຍແຜ່ກົດໝາຍ