ກອງປະຊຸມທາບທາມຄຳເຫັນໃສ່ຮ່າງດຳລັດ ວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ

ຢູ່ທີ່ໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມ ທາບທາມຄຳເຫັນໃສ່ຮ່າງດຳລັດ ວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍຂຶ້ນ ໃນວັນທີ 17 ພຶດສະພາ 2019 ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ຜູ້ເຂົ້າຮ່ວມມີທ່ານຫົວໜ້າກົມ, ຮອງຫົວໜ້າກົມ ພ້ອມດ້ວຍຄະນະຮັບຜິດຊອບ ຮ່າງດຳລັດ ຈຳນວນ 37 ທາ່ນ, ຍິງ 10 ທ່ານ. ກອງປະຊຸມໃນຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກໂຄງການ ແຜນງານການມີສ່ວນຮ່ວມຂອງປະຊາຊົນໃນວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGGA).

ໃນກອງປະຊຸມທ່ານປະທານ ກໍໄດ້ມີຄຳເຫັນໂອ້ລົມ ຕໍ່ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຈົ່ງພ້ອມກັນປະກອບຄຳຄິດຄຳເຫັນໃສ່ ຮ່າງດຳລັດສະບັບນີ້ ເພື່ອປັບປຸງເຮັດໃຫ້ເນື້ອໃນມີຄວາມສອດຄ່ອງ ແລະ ຖືກຕ້ອງ, ຊັດເຈນກັບສະພາບຄວາມເປັນຈິງ ແລະ ມີຄວາມເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ.

ຈາກນັ້ນ, ທ່ານພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກໍໄດ້ຂຶ້ນຜ່ານໂຄງປະກອບຂອງຮ່າງດຳລັດ ວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ ປະກອບມີ 13 ໝວດ, 68 ມາດຕາ. ຫຼັງຈາກຮູ້ໂຄງປະກອບຂອງຮ່າງດຳລັດສະບັບນີ້ແລ້ວ ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄຳຄິດ ຄຳເຫັນໃສ່ຮ່າງດໍາລັດ ຢ່າງກົງໄປກົງມາ. ຈຶ່ງສາມາດເຫັນດີຕົກລົງເປັນເອກະພາບກັນໄດ້ ດັ່ງນີ້: 1. ໃຫ້ຄະນະຮັບຜິດຊອບຄົ້ນຄວ້າພິຈາລະນາ ປັບປຸງບາງໝວດທີ່ເຫັນວ່າຄ້າຍຄືກັນ ແລະ ສາມາດໂຮມເຂົ້າເປັນໝວດດຽວກັນໄດ້; 2. ໃຫ້ຄະນະຮັບຜິດຊອບຄົ້ົນຄວ້າ ກຳນົດເນື້ອໃນຂອງຮ່າງດຳລັດດັ່ງກ່າວເພີ່ມຕື່ມ ເພາະບາງໝວດ, ບາງມາດຕາ ຍັງບໍ່ທັນຄົບຖ້ວນ ແລະ ຊັດເຈນ; 3. ໃຫ້ຄົ້ນຄວ້າ ປັບປຸງ ເນື້ອໃນບາງໝວດ, ບາງມາດຕາ ທີ່ເຫັນວ່າຍັງບໍ່ສອດຄ່ອງ; 4. ໃຫ້ຄະນະຮັບຜິດຊອບຮ່າງດຳລັດ ກະກຽມບົດລາຍງານທີ່ເຫັນວ່າມີຄວາມຈຳເປັນ ເພື່ອນຳສະເໜີໃນກອງປະຊຸມຄັ້ງຕໍ່ໄປເພື່ອພິຈາລະນາ.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ

ປະເພດຂ່າວ: