ກອງປະຊຸມ ທາບທາມຄຳເຫັນໃສ່ຮ່າງດຳລັດ ວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ

ກອງປະຊຸມທາບທາມຄຳເຫັນໃສ່ຮ່າງດຳລັດ ວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ

ຢູ່ທີ່ໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມ ທາບທາມຄຳເຫັນໃສ່ຮ່າງດຳລັດ ວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍຂຶ້ນ ໃນວັນທີ 17 ພຶດສະພາ 2019 ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ຜູ້ເຂົ້າຮ່ວມມີທ່ານຫົວໜ້າກົມ, ຮອງຫົວໜ້າກົມ ພ້ອມດ້ວຍຄະນະຮັບຜິດຊອບ ຮ່າງດຳລັດ ຈຳນວນ 37 ທາ່ນ, ຍິງ 10 ທ່ານ. ກອງປະຊຸມໃນຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກໂຄງການ ແຜນງານການມີສ່ວນຮ່ວມຂອງປະຊາຊົນໃນວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGGA).

Subscribe to RSS - ກອງປະຊຸມ ທາບທາມຄຳເຫັນໃສ່ຮ່າງດຳລັດ ວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ