ກອງປະຊຸມປຶກສາຫາລືປະກອບຄຳເຫັນໃສ່ເນື້ອໃນ ຮ່າງດຳລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ

ຢູ່ທີ່ສູນ ICTC ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມປຶກສາຫາລືປະກອບຄຳເຫັນໃສ່ເນື້ອໃນ (ຮ່າງ) ດຳລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ ຂຶ້ນລະຫວ່າງວັນທີ 28 ກຸມພາ ຫາ 1 ມີນາ 2019 ໂດຍການເປັນປະທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ທ່ານຫົວໜ້າກົມ, ຮອງກົມ, ບັນດາແຂກທີ່ຖືກເຊີນຈາກບັນດາກະຊວງ ແລະ ອົງການລັດທຽບເທົ່າ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຈຳນວນ 60 ທານ, ຍິງ 25 ທ່ານ. ຈາກນັ້ັ້ນ, ທ່ານປະທານກອງປະຊຸມໄດ້ມີຄຳເຫັນ ແລະ ຄຳໂອ້ລົມຕໍ່ກອງປະຊຸມໃນຄັ້ງນີ້, ຊຶ່ງທ່ານໄດ້ມີຄໍາເຫັນວ່າ ໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນປະກອບຄຳເຫັນໃສ່ເນື້ອໃນ ບາງໝວດ, ບາງມາດຕາ ທີ່ເຫັນວ່າຍັງບໍ່ທັນສອດຄ່ອງ ແລະ ແທດເໝາະກັບສະພາບຄວາມເປັນຈິງ.

ຫຼັງຈາກນັ້ນ, ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ກໍໄດ້ລາຍງານສະພາບລວມກ່ຽວກັບການສ້າງຮ່າງດຳລັດໃນໄລຍະຜ່ານມາ ເປັນຕົ້ນ ຈຸດປະສົງໃນການສ້າງຮ່າງດຳລັດ ແມ່ນກຳນົດຫຼັກການ, ລະບຽບການ, ວິທີການ ແລະ ຮູບການ ການໂຄສະນາເຜີຍແຜ່ ສ້າງສະຕິເຄົາລົບ ລັດຖະທຳມະນູນ ແລະ ກົດໝາຍ ແນໃສ່ຄຸ້ມຄອງ, ຊຸກຍູ້, ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດກົດໝາຍໃຫ້ມີຄວາມສະດວກ, ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ເພື່ອເຮັດໃຫ້ການໂຄສະນາເຜີຍແຜ່ກົດໝາຍ ເຂົ້າເຖິງປະຊາຊົນທັງລວງກວ້າງ ແລະ ລວງເລິກ ສ້າງສະຕິຕື່ນຕົວເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ປະກອບສ່ວນເຂົ້າໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍ ແລະ ຄວາມຈຳເປັນໃນການສ້າງດຳລັດສະບັບນີ້ ເພື່ອຜັນຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດໃນການສ້າງລັດ ສປປ ລາວ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍເທື່ອລະກ້າວ. ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິ 6 ຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 037/ຄບສພ, ລົງວັນທີ 18/06/2018 ວ່າດ້ວຍ ການຍົກສູງປະສິດຕິພາບໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ; ສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ແກ່ພົນລະເມືອງສາມາດເຂົ້າເຖິງກົດໝາຍ, ໂດຍຜ່ານສື່ມວນຊົນ ດ້ວຍຫຼາຍຮູບ, ຫຼາຍສີ, ຫຼາຍວິທີການເຮັດໃຫ້ພົນລະເມືອງມີຄວາມຮູ້, ເຂົ້າໃຈ, ເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການພັດທະນາລັດທີ່ປົກຄອງດ້ວຍກົດໝາຍ, ເປົ້າໝາຍຂອງການສ້າງຮ່າງດຳລັດ ແລະ ການກະກຽມແຜນການສ້າງຮ່າງດຳລັດໃນໄລຍະຜ່ານມາ.

ຜູ້ເຂົ້າຮ່ວມກໍໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ (ຮ່າງ) ດຳລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ ມີຄວາມເປັນເອກະພາບ, ຈະແຈ້ງ, ຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້ໃນພາກປະຕິບັດຕົວຈິງ ກອງປະຊຸມຈະໄດ້ດໍາເນີນໄປເປັນເວລາ 2 ວັນ ແລະ ຈະອັດລົງໃນວັນທີ 1 ມີນາ 2019.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ

ປະເພດຂ່າວ: