ຄະນະບັນນາທິການ ໜັງສືພິມກົດໝາຍ ແຫ່ງ ສສ ຫວຽດນາມ ໄດ້ຊ່ວຍເຫຼືອອຸປະກອນຮັບໃຊ້ວຽກງານໜັງສືພິມ ຂອງກະຊວງຍຸຕິທຳ ແຫ່ງ ສປປ ລາວ

    ອີງ​ຕາມຜົນການ​ພົບ​ປະ​ຢ້ຽມຢາມຂອງ ຄະນະ​ບັນນາທິການ ໜັງສື​ພິມ​ກົດໝາຍ ​ແຫ່ງ ສສ ຫວຽດນາມ, ຄັ້ງ​ວັນ​ທີ 24 ກຸມພາ ​2017 ທີ່​ຜ່ານມາ ຊຶ່ງ​ຄະນະ​ບັນນາທິການໜັງສື​ພິມ​ກົດໝາຍ​ແຫ່ງ ສສ ຫວຽດນາມ ​ໄດ້​​ເຫັນ​ດີໃຫ້ການ​ຊ່ວຍ​ເຫຼືອອຸປະກອນ​ຮັບ​ໃຊ້ຈຳນວນໜຶ່ງ ແກ່ວຽກງານໜັງສື​ພິມຂອງ​ກະຊວງ​ຍຸຕິ​ທຳ ​ແຫ່ງ ສປປ ລາວ. ສະນັ້ນ, ​ໃນ​ຕອນບ່າຍຂອງ​ວັນ​ທີ 09 ມັງກອນ 2018 ທີ່ກົມ​ໂຄສະນາ​ເຜີຍ​ກົດໝາຍ ກະຊວງ​ຍຸຕິ​ທຳ ​ໄດ້​ຈັດພິທີ​ມອບ​-ຮັບ ​ອຸປະກອນ​ທີ່​ໄດ້​ຈາກ​ການ​ຊ່ວຍ​ເຫຼືອຂອງຄະນະ​ບັນນາທິການ ໜັງສື​ພິມ​ກົດໝາຍ ​ແຫ່ງ ສສ ຫວຽດນາມຂຶ້ນ ​ໂດຍ​​ໃຫ້ກຽ​ດ​ເຂົ້າ​ຮ່ວມ​​ໃນ​ພິທີຂອງ ທ່ານ ປອ. ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ມີ​ ທ່ານ ຄຳ​ພອນ ສີ​ປະ​ເສີດ ຫົວໜ້າຫ້ອງ​ກະຊວງ​ຍຸຕິ​ທຳ, ທ່ານ ພູທອນ ​ແກ້ວ​ດວງ​ມະນີ ຫົວໜ້າກົມ​ໂຄສະນາ​ເຜີຍ​ກົດໝາຍ, ມີ​ບັນດາ​ທ່ານຮອງ​ຫົວ​ໜ້າກົມ, ຫົວໜ້າພະ​ແນ​ກ, ​ຜູ້​ຕາງໜ້າຈາກ​ກົມ​ຮ່ວມ​ມື​ສາກົນ, ຜູ້ຕາງໜ້າຈາກ​ພະ​ແນ​ກການ​ເງິນ ​ແລະ ສາມ​ອົງການ​ຈັດ​ຕັ້ງ​ມະ​ຊາ​ຊົນ​ຂອງ​ກົມ​​ໂຄສະນາ​ເຜີຍ​ກົດໝາຍເຂົ້າ​ຮ່ວມ.

    ໃນ​ພິທີ ທ່ານ ຄຳ​ພອນ ສີ​ປະ​ເສີດ ຫົວໜ້າຫ້ອງການ ​ໄດ້​ຂຶ້ນມອບ​ອຸປະກອນ​ດັ່ງກ່າວຕາງໜ້າ​ໃຫ້​ແກ່ ​ຄະນະ​ບັນນາທິການ ໜັງສື​ພິມ​ກົດໝາຍ ​ແຫ່ງ ສສ ຫວຽດນາມ ​ແລະ ຕາງໜ້າຮັບ​ໂດຍ ທ່ານ ພູທອນ ​ແກ້ວ​ດວງ​ມະນີ ຫົວໜ້າກົມ​​ໂຄສະນາ​ເຜີຍ​ກົດໝາຍ, ຊຶ່ງ​ເຄື່ອງ​ທີ່​​ໄດ້​ຮັບ​ການຊ່ວຍ​ເຫຼືອ​ໃນ​ຄັ້ງນີ້ປະກອບ​ມີ: ຄອມ​ພິວ​ເຕີຕັ້ງ​ໂຕະ 03 ​ເຄື່ອງ; ຄອມ​ພິວ​ເຕີ​ໂນ​ດບຸກ 02 ​ເຄື່ອງ; ປຼິນ​ເຕີ 01 ໜ່ວຍ; ຮາດ​ດິດ 02 ອັນ; ໝໍ້​ເກັບ​ໄຟ 02 ໜ່ວຍ; ​ໄມ​ໄວ​ເລດ 01 ອັນ; ຂາ​ກ້ອງ​ວີ​ດີ​ໂອ 02 ອັນ; ມຶກ​ປຼິນ​ເຕີ 1 ອັນ ​ແລະ ​ແອນ​ຕີ​ໄວຣັສ 03 ອັນ ລວມມູນ​ຄ່າ​ທັງໝົດ​ເປັນ​ເງິນ 40.500.000 ກີບ. ຫຼັງຈາກ​ນັ້ນ ທ່ານ ປອ. ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ກໍ​ໄດ້​ກ່າວ​ຄຳ​ເຫັນ​ຕໍ່ພິທີ ຊຶ່ງ​ທ່ານ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ ຄະນະ​ບັນນາທິການ ໜັງສື​ພິມ​ກົດໝາຍ  ສສ ຫວຽດນາມ ທີ່​ໄດ້​ການ​ຊ່ວຍ​ເຫຼືອ​ໃນ​ຄັ້ງ​ນີ້ ​ແລະ ທ່ານ ຍັງ​ເນັ້ນໜັກ​ໃຫ້​ກົມ​ໂຄສະນາ​ເຜີຍ​ກົດໝາຍ ຈົ່ງ​ພ້ອມ​ກັນນຳ​ເອົາ​ເຄື່ອງ​ທີ່​ໄດ້​ຮັບ​ການຊ່ວຍ​ເຫຼື​ອ​ໃນ​ຄັ້ງ​ນີ້ ​ໄປນຳ​ໃຊ້​ເຂົ້າ​ໃນ​ການ​ເຄື່ອນ​ໄຫວວຽກງານ​ໃຫ້​​ເກີດ​ປະສິດທິ​ຜົນ​ສູງ​ສຸດ ​ແລະ ​ເອົາ​ໃຈ​ໃສ່ປົກ​ປັກ​ຮັກສາ​ເພື່ອ​​ໃຫ້​ສາມາດນຳ​ໃຊ້​ໄດ້​ຢ່າງ​ຍາວ​ນານ.

                ຂ່າວ: ປາ​ວີ​ຄຳ ​ເພັດ​ທະລາ​ກຸນ

ພາບ: ສົມ​ຫວັງ ບົວລະ​ພັນ