ສານປະຊາຊົນເຂດສາມ ນະຄອນຫຼວງວຽງຈັນ ຈັດພິທີປາຖະກະຖາ ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 27 ປີ ແລະ ວັນສ້າງຕັ້ງສານປະຊາຊົນ ຄົບຮອບ 36 ປີ

    ເພື່ອເຮັດໃຫ້ການສະເຫຼີມສະຫຼອງ ວັນສຳຄັນຕ່າງໆຂອງຊາດພາຍໃນເດືອນສິງຫາ ເຕັມໄປດ້ວຍເນື້ອໃນ, ຄວາມໝາຍຄວາມສຳຄັນ ແລະ ດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ ດັ່ງນັ້ນ ໃນຕອນເຊົ້າຂອງວັນທີ 14 ສິງຫາ 2018 ຢູ່ທີ່ ສະໂມສອນເມືອງ ສີສັດຕະນາກ ໄດ້ມີພິທີປາຖະກະຖາວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 27 ປີ (15 ສິງຫາ 1991-15 ສິງຫາ 2018) ແລະ ວັນສ້າງຕັ້ງສານປະຊາຊົນ ຄົບຮອບ 36 ປີ (15 ສິງຫາ 1982-15 ສິງຫາ 2018) ຕິດພັນກັບຜົນງານການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ ຂອງສານປະຊາຊົນເຂດສາມ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ຄຳພັນ ບຸນພາຄົງ ຮອງປະທານສານປະຊາຊົນສູງສຸດ, ທ່ານ ບຸນຄຳ ວິຈິດລາສີ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ສີສັດຕະນາກ ແລະ ທ່ານ ນາງ ບົວພາ ກິມະນີວົງ ປະທານສານປະຊາຊົນເຂດສາມ, ມີບັນດາຜູ້ຕາງໜ້າ ຈາກຫ້ອງການອ້ອມຂ້າງເມືອງ, ເລຂາພັກບ້ານ, ນາຍບ້ານ ຈຳນວນ 37 ບ້ານທົ່ວເມືອງ ສີສັດຕະນາກ ເຂົ້າຮ່ວມຢ່າງພ້ອມພຽງ.

    ໃນພິທີ ທ່ານ ຄຳພັນ ບຸນພາຄົງ ຮອງປະທານສານປະຊາຊົນສູງສຸດ ກໍໄດ້ຫວນຄືນປະຫວັດຄວາມເປັນມາຂອງວັນລັດຖະທຳມະນູນແຫ່ງຊາດ ຊຶ່ງແມ່ນລັດຖະທຳມະນູນ ສະບັບທຳອິດ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຖືກພິຈາລະນາຮັບຮອງ ແລະ ປະກາດໃຊ້ໃນວັນທີ 15 ສິງຫາ 1991 ແລະ ໄດ້ຮັບການປັບປຸງສອງຄັ້ງຄື: ປີ 2003 ແລະ 2015 ລັດຖະທຳມະນູນເປັນກົດໝາຍພື້ນຖານຂອງຊາດ, ທັງເປັນການຫັນແນວທາງປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການຂອງພັກປະຊາຊົນປະຕິວັດລາວ ມາເປັນກົດໝາຍພື້ນຖານ ຂອງລະບອບປະຊາທິປະໄຕ ປະຊາຊົນ ເພື່ອສຶກສາອົບຮົມປະຊາຊົນລາວບັນດາເຜົ່າ ໃຫ້ຍົກສູງນໍ້າໃຈຮັກຊາດ, ຮັກລະບອບໃໝ່ ເພີ່ມທະວີຄວາມສາມັກຄີປວງຊົນລາວທັງຊາດ ເຊີດຊູບົດບາດເປັນເຈົ້າການ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມຈຸດໝາຍທີ່ພັກໄດ້ກຳນົດໄວ້ ພ້ອມດຽວກັນນັ້ນ ທ່ານໄດ້ຫວນຄືນປະຫວັດຄວາມເປັນມາຂອງວັນສ້າງຕັ້ງສານປະຊາຊົນ ຄົບຮອບ 36 ປີ ຊຶ່ງບົນເສັ້ນທາງແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງສານປະຊາຊົນ ແມ່ນໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສັບສົນ, ລະອິດລະອ້ຽວ ແລະ ສິ່ງທົດສອບທ້າທາຍຫຼາຍປະການ ໃນການປະຕິບັດໜ້າທີ່ວຽກງານ ເພື່ອປະກອບສ່ວນເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ, ເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວ, ສັງຄົມມີຄວາມສາມັກຄີປອງດອງ ແລະ ຍຸຕິທຳ. 

    ຫຼັງຈາກນັ້ນ ທ່ານ ນາງ ບົວພາ ກິມະນີວົງ ປະທານສານປະຊາຊົນເຂດສາມກໍໄດ້ຂຶ້ນຜ່ານບົດສະຫຼຸບຜົນງານການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2018 ຂອງສານປະຊາຊົນເຂດສາມ ນະຄອນຫຼວງວຽງຈັນ ຊຶ່ງທ່ານໄດ້ຍົກໃຫ້ເຫັນຜົນສຳເລັດ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ພ້ອມກັນນັ້ນ ກໍໄດ້ກຳນົດທິດທາງແຜນການ 6 ເດືອນທ້າຍປີ 2018 ໃຫ້ຜູ້ເຂົ້າຮ່ວມໃນພິທີໄດ້ຮັບຊາບ.
    ພິທີດັ່ງກ່າວໄດ້ດຳເນີນເປັນເວລາເຄິ່ງວັນຈຶ່ງອັດລົງດ້ວຍຜົນສຳເລັດອັນຈົບງາມ.

ຂຽນຂ່າວ: ອ່ອນຄຳ , ພາບ ຊາຍພິມພອນ ແລະ ສົມຫວັງ