ສານປະຊາຊົນເຂດສາມ ນະຄອນຫຼວງວຽງຈັນ

ສານປະຊາຊົນເຂດສາມ ນະຄອນຫຼວງວຽງຈັນ ຈັດພິທີປາຖະກະຖາ ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 27 ປີ ແລະ ວັນສ້າງຕັ້ງສານປະຊາຊົນ ຄົບຮອບ 36 ປີ

    ເພື່ອເຮັດໃຫ້ການສະເຫຼີມສະຫຼອງ ວັນສຳຄັນຕ່າງໆຂອງຊາດພາຍໃນເດືອນສິງຫາ ເຕັມໄປດ້ວຍເນື້ອໃນ, ຄວາມໝາຍຄວາມສຳຄັນ ແລະ ດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ ດັ່ງນັ້ນ ໃນຕອນເຊົ້າຂອງວັນທີ 14 ສິງຫາ 2018 ຢູ່ທີ່ ສະໂມສອນເມືອງ ສີສັດຕະນາກ ໄດ້ມີພິທີປາຖະກະຖາວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 27 ປີ (15 ສິງຫາ 1991-15 ສິງຫາ 2018) ແລະ ວັນສ້າງຕັ້ງສານປະຊາຊົນ ຄົບຮອບ 36 ປີ (15 ສິງຫາ 1982-15 ສິງຫາ 2018) ຕິດພັນກັບຜົນງານການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ ຂອງສານປະຊາຊົນເຂດສາມ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ຄຳພັນ ບຸນພາຄົງ ຮອງປະທານສານປະຊາຊົນສູງສຸດ, ທ່ານ ບຸນຄຳ ວິຈິດລາສີ ຮອງເລຂາພັກ

Subscribe to RSS - ສານປະຊາຊົນເຂດສາມ ນະຄອນຫຼວງວຽງຈັນ