ພິທີເຊັນສັນຍາບົດບັນທຶກຊ່ວຍຈໍາ ຮ່ວມມືທາງດ້ານວິຊາການ ແລະ ວຽກງານການຕ່າງປະເທດ

ໃນຕອນແລງວັນພຸດ ວັນທີ 8 ພຶດສະພາ 2019 ຜ່ານມານີ້ ສະຖາບັນຍຸຕິທໍາພາກເໜືອ ໄດ້ມີພິທີເຮັດບົດບັນທຶກຊ່ວຍຈໍາປຶກສາຫາລືກ່ຽວກັບວຽກງານຮ່ວມມືດ້ານວິຊາການກັບມະຫາວິທະຍາໄລສຸພານຸວົງ ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນຢູ່ສໍານັກງານອະທິການບໍດີ ຊຶ່ງຄູ່ສັນຍາຝ່າຍມະຫາວິທະຍາໄລສຸພານຸວົງ ນໍາໂດຍທ່ານ ຮສ ປທ ວິໄຊ ຈັນສະຫວ່າງ ອະທິການບໍດີ ແລະ ສະຖາບັນຍຸຕິທໍາ ພາກເໜືອ ນຳໂດຍ ທ່ານ ແສງອາລຸນ ພັນນະລັດ ຫົວໜ້າສະຖາບັນຍຸຕິທໍາພາກເໜືອ ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 16 ທ່ານ ຍິງ 3 ທ່ານ.

ໃນກອງປະຊຸມຄັ້ງນີ້ທັງສອງຝ່າຍໄດ້ປຶກສາຫາລື ຮ່ວມມື ແລະ ປະຕິບັດການຊຸກຍູ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນດັ່ງຕໍ່ໄປນີ້:
1. ສ້າງຄວາມເຂັ້ມແຂງທາງດ້ານວິຊາການທີ່ແຕ່ລະຝ່າຍມີ ໃນຫຼັກສູດການຮຽນ-ການສອນ ແລະ ວຽກງານການປະກັນຄຸນນະພາບການສຶກສາ;
2. ການພັດທະນາຫຼັກສູດໃນສາຂາວິຊາຕ່າງໆ ທີ່ເໝາະສົມຮ່ວມກັນ ເພື່ອການສຶກສາ ແລະ ຍົກສູງລະດັບຄຸນນະພາບຂອງບຸກຄະລາກອນ ທາງດ້ານການສຶກສາໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ;
3. ການຝຶກອົບຮົມ ແລະ ການທັດສະນະສຶກສາ ເພື່ອແລກປ່ຽນປະສົບການ, ສົ່ງເສີມສັກກະຍະພາບຂອງບຸກຄະລາກອນໃນດ້ານທີ່ເໝາະສົມ;
4. ການຮ່ວມມືດ້ານການດໍາເນີນການວິໄຈ ການພັດທະນາ ການສຶກສາ, ສາຂາວິຊາທີ່ແທດເໝາະໃຫ້ມີຄຸນນະພາບຮ່ວມກັນ;
5. ການພັດທະນາດ້ານວິທະຍາສາດ, ເຕັກໂນໂລຊີເພື່ອນໍາໃຊ້ເຂົ້າໃນການສຶກສາ, ການຈັດສໍາມະນາທາງວິຊາການ ແລະ ການເຜີຍແຜ່ຜົນງານວິໄຈຮ່ວມກັນ.
6. ແລກປ່ຽນຂໍ້ມູນຂ່າວສານ, ທຶນການສຶກສາຕ່າງປະເທດໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ໃຫ້ແກ່ພະນັກງານຄູ-ອາຈານ ແລະ ນັກສຶກສາ;
7. ຮ່ວມຂະບວນການທັດສະນະສຶກສາ, ເປີດກອງປະຊຸມສໍາມະນາທາງດ້ານການສຶກສາ ແລະ ກອງປະຊຸມພົບປະແລກປ່ຽນບົດຮຽນທາງດ້ານວິຊາການ;
8. ສະໜັບສະໜູນທຶນໂຄງການຂອງຕ່າງປະເທດໃນການວິໄຈ ທີ່ເຫັນວ່າເໝາະສົມກັບແຕ່ລະຝ່າຍ;
9. ແລກປ່ຽນອາຈານອາສາສະໝັກຈາກຕ່າງປະເທດ ມາສິດສອນພາສາຕ່າງປະເທດໃຫ້ພະນັກງານຄູ-ອາຈານ ແລະ ນັກສຶກສາ.
ຫຼັງຈາກທີ່ມີການຜ່ານບົດບັນທຶກຊ່ວຍຈໍາແລ້ວທັງສອງຝ່າຍຈຶ່ງໄດ້ມີການລົງລາຍເຊັນໄວ້ ເພື່ອເປັນຫຼັກຖານ ແລະ ເກັບຮັກສາໄວ້ຝ່າຍລະ 1 ສະບັບ ຈົນມາຮອດຕອນແລງກອງປະຊຸມຈຶ່ງໄດ້ປິດລົງດ້ວຍຄວາມຈົບງາມ.

ຂ່າວໂດຍ: ອານຸລັກ ພົມເພັດ, ພາບໂດຍ: ຊໍເຕາະ ເບແຊ, ສຸພາພອນ ສີດວງຈັນ