ກອງປະຊຸມແນະນໍາແບບແຜນວິທີເຮັດວຽກຂອງ ກອງ ແລະ ຫ້ອງປະຕິບັດຄໍາຕັດສີນຂອງສານຢູ່ແຂວງຫຼວງພະບາງ

ກອງປະຊຸມແນະນໍາແບບແຜນວິທີເຮັດວຽກຂອງ ກອງ ແລະ ຫ້ອງປະຕິບັດຄໍາຕັດສີນຂອງສານຢູ່ແຂວງຫຼວງພະບາງ

        ເພື່ອເປັນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການປະຕິບັດຄໍາຕັດສີນຂອງສານ (ສະບັບປັບປຸງ) ແລະ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະບັບເລກທີ 1384/ຫສນຍ, ລົງວັນທີ 26 ກໍລະກົດ 2023 ໃຫ້ປາກົດຜົນ ເປັນຈິງ. ດັ່ງນັ້ນ, ໃນວັນທີ 04 ເມສາ 2024 ກະຊວງຍຸຕິທໍາໄດ້ເປີດກອງປະຊຸມແນະນໍາແບບແຜນວິທີເຮັດວຽກຂອງກອງ ແລະ ຫ້ອງປະຕິບັດຄໍາຕັດສີນຂອງສານ ຂຶ້ນຢູ່ທີ່ຫ້ອງປະຊຸມຂອງພະແນກຍຸຕິທໍາແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ ທ່ານ ນະລົງລິດ ນໍລະສິງ ຫົວໜ້າຫ້ອງການກະຊວງຍຸຕິທຳ, ທ່ານ ຄຳເສີດ ວິລະພັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງນ ແລະ ທ່ານ ສີວິໄລ ທະວີສິນ ຮອງຫົວໜ້າກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານ ກະຊວງຍຸຕິທໍາ, ເຂົ້າຮ່ວມມີ ທ່ານຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ທ່ານຮອງຫົວໜ້າພະແນກຍຸຕິທໍາແຂວງຫຼວງພະບາງ, ຕາງໜ້າກົມຈັດຕັ້ງ ແລະ ພະນັກງານ, ກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານ ພ້ອມດ້ວຍ ພະນັກງານປະຕິບັດຄໍາຕັັັດສີນຂອງສານຈາກພະແນກຍຸຕິທໍາແຂວງຫຼວງພະບາງ, ບັນດາຫົວໜ້າຫ້ອງການຍຸຕິທໍາ 12 ເມືອງ ແລະ 01 ນະຄອນຫຼວງພະບາງ ເຂົ້າຮ່ວມທັງໝົດຈຳນວນ 39 ທ່ານ, ຍິງ 13 ທ່ານ.

       ໃນໂອກາດການລົງເຄື່ອນໄຫວ ແລະ ປະກາດສ້າງຕັ້ງກອງ ແລະ ຫ້ອງປະຕິບັດຄໍາຕັດສີນຂອງສານຢູ່ແຂວງຫຼວງພະບາງ, ທ່ານ ສີວິໄລ ທະວີສິນ ຮອງຫົວໜ້າກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານ ກໍໄດ້ມີການ ແນະນຳແບບແຜນ ແລະ ວິທີເຮັດວຽກໃຫ້ແກ່ພະນັກງານປະຕິບັດຄໍາຕັັດສີນຂອງສານຂອງກອງ ແລະ ບັນດາຫ້ອງ ປະຕິບັດຄໍາຕັດສີນຢູ່ຂັ້ນເມືອງ ເປັນຕົ້ນແມ່ນ ວຽກງານຈັດຕັ້ງ ແລະ ພະນັກງານ, ວຽກງານຄົ້ນຄ້ວາ ແລະ ສະຖິຕິຄໍາຕັດສີນຂອງສານ, ການບັງຄັບປະຕິບັດຄຳຕັດສີນຂອງສານ, ການປະມູນ ແລະ ຂາຍຊັບ, ວຽກງານເກັບກູ້ໜີ້ສີນ ແລະ ຊໍາລະສະສາງ, ວຽກງານຄຸ້ມຄອງ ແລະ ກວດກາການປະຕິບັດຄໍາຕັດສີນຂອງສານ ແລະ ວຽກງານບໍລິຫານ-ການເງິນ. ພ້ອມທັງຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ໃນການປະຕິບັດຄຳຕັດສີນຂອງສານທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃນຕໍ່ ໜ້າ. ຫລັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ມີການປືກສາຫາລື ແລະ ແລກປ່ຽນບົດຮຽນທາງດ້ານວິຊາການຮ່ວມກັນ, ພ້ອມດຽວກັນນີ້ ຍັງໄດ້ຮັບຟັງການລາຍງານວຽກງານງົບປະມານ, ການເງິນ ແລະ ຄຸ້ມຄອງຊັບສິນ ຈາກຫົວໜ້າຫ້ອງການກະຊວງ ແລະ ວຽກງານຈັດຕັ້ງ ແລະ ນະໂຍບາຍພະນັັັັກງານ ຈາກຫົວໜ້າກົມຈັດຕັ້ງ-ພະນັກງານ ເພື່ອໃຫ້ພະນັກງານປະຕິບັດຄໍາຕັດສີນຂອງສານທີ່ຮັບຜິດຊອບ ໃນວຽກງານຕ່າງໆຂອງກອງ ແລະ ຫ້ອງປະຕິບັດຄໍາຕັດສີນຂອງສານ ຢູ່ແຂວງຫຼວງພະບາງ ຮັບຮູ້ ແລະ ເຂົ້າໃຈ, ເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ໄດ້ຮັບຜົນດີ.

   

       ຕອນທ້າຍຂອງກອງປະຊຸມ ທ່ານ ສີວິໄລ ທະວີສິນ ກໍໄດ້ແນະນໍາວຽກງານຮອບດ້ານທີ່ຕິດພັນກັບການປະຕິບັດຄໍາຕັດສີນຂອງສານ, ພ້ອມຮຽກຮ້ອງໃຫ້ຄະນະພັກ-ຄະນະນຳຂອງອົງການປະຕິບັດຄໍາຕັດສິນຂອງສານ ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານຢູ່ໃນຄວາມຮັບ ຜິດຊອບຂອງຕົນມີແນວຄິດອຸ່ນອ່ຽງທຸ່ນທ່ຽງ ແລະ ສືບຕໍ່ຜັນຂະຫຍາຍດ້ານດີ, ປັບປຸງດ້ານອ່ອນ ແລະ ເອົາໃຈໃສ່ແກ້ໄຂຂໍ້ຄົງຄ້າງທີ່ຜ່ານມາໃຫ້ຕົກໄປ ພ້ອມກັນສຸມໃສ່ຈັດຕັ້ງປະຕິບັດວຽກງານຂອງກອງ ແລະ ຫ້ອງປະຕິບັດຄໍາຕັດສີນຂອງສານໃຫ້ບັນລຸຕາມແຜນການທີ່ວາງໄວ້.

ຂ່າວ-ພາບ: ກົມໂຄສະນາເຜີຍແຜ່ກົດໝາຍ