ຫ້ອງການ ກະຊວງຍຸຕິທຳ ຕ້ອນຮັບ ຊ່ຽວຊານໄຈກາ (JICA)

ຫ້ອງການ ກະຊວງຍຸຕິທຳ ຕ້ອນຮັບ ຊ່ຽວຊານໄຈກາ (JICA)

         ໃນຕອນເຊົ້າຂອງວັນທີ 8 ເມສາ 2024 ໃນເວລາ 11:00 ໂມງ ຢູ່ທີ່ກະຊວງຍຸຕິທໍາ ທ່ານ ນະລົງລິດ ນໍລະສິງ, ຫົວໜ້າຫ້ອງການກະຊວງຍຸຕິທໍາ, ຫົວໜ້າຄະນະບໍລິຫານງານໂຄງການໄຈກາ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ອາກິທາກະ ອາຊໍາໂບ, ຊ່ຽວຊານປະຈໍາໂຄງການສົ່ງເສີມການພັດທະນາ ແລະ ສ້າງຄວາມເຂັ້ມແຂງລັດທີ່ປົກຄອງດ້ວຍກົດໝາຍໃນຂົງເຂດຍຸຕິທໍາ ໄຈກາ (JICA) ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ.

        ຈຸດປະສົງແມ່ນ ເພື່ອມອບປື້ມຖາມ-ຕອບ ປະມວນກົດໝາຍແພ່ງ (ສະບັບປັບ ປຸງ ປີ 2023). ປື້ມຖາມຕອບ ກົດໝາຍແພ່ງສະບັບນີ້ ແມ່ນປັບປຸງມາຈາກ ປື້ມກົດ ໝາຍແພ່ງສະບັບປີ 2012, ເຊິ່ງປັບປຸງຂຶ້ນບົນພື້ນຖານການປັບປຸງບັນດາກົດໝາຍຂອງ ສປປ ລາວ ໂດຍການຄົ້ນຄວ້າຂອງ 4 ພາກສ່ວນຄື: ກະຊວງຍຸຕິທໍາ, ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ, ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ຮ່ວມກັບ ຊ່ຽວຊານກົດໝາຍຍິ່ປຸ່ນ ພາຍໃຕ້ໂຄງການສົ່ງເສີມການພັດທະນາ ແລະ ສ້າງຄວາມເຂັ້ມແຂງລັດທີ່ປົກຄອງດ້ວຍກົດ ໝາຍ ໃນຂົງເຂດຍຸຕິທໍາ ໄຈກາ (JICA) ປະເທດຍີ່ປຸ່ນ.

ໃນໂອກາດນີ້, ທ່ານ ນະລົງລິດ ນໍລະສິງ, ຫົວໜ້າຫ້ອງການ ກະຊວງຍຸຕິທໍາ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍໍ່ຜົນສໍາເລັດໃນການສ້າງປື້ມຖາມ-ຕອບປະມວນກົດໝາຍແພ່ງ (ສະປັບປຸງ ປີ 2023) ເຊິ່ງປື້ມຫົວນີ້ ຈະກາຍເປັນມໍຣະດົກອັນລໍ້າຄ່າ ເພື່ອປະກອບສ່ວນເຂົ້າໃນການເສີມສ້າງ ແລະ ພັດທະນາລະບົບກົດໝາຍຂອງສປປ ລາວ ກໍຄືການສ້າງລັດທີ່ປົກຄອງດ້ວຍກົດໝາຍຢ່າງແທ້ຈິງ. ພ້ອມທັງຂອບໃຈຊ່ຽວຊານກົດໝາຍ ຈາກອົງການໄຈກາ ແລະ ປະຊາຊົນ ກໍຄືລັດຖະບານຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນມີຄ່າໃຫ້ແກ່ ສປປ ລາວ ໃນການພັດທະນາຂົງເຂດຍຸຕິທໍາທາງດ້ານ ເຕັກນິກວິຊາການ ແລະ ທຶນຮອນໃນການສ້າງປື້ມຖາມ-ຕອບ ນີ້ຈົນສໍາເລັດ.

      ໃນໂອກາດດຽວກັນ ທ່ານ ອາກິທາກະ ອາຊໍາໂບ, ຊ່ຽວຊານປະຈໍາໂຄງການສົ່ງເສີມການພັດທະນາ ແລະ ສ້າງຄວາມເຂັ້ມແຂງລັດທີ່ປົກຄອງດ້ວຍກົດໝາຍໃນຂົງເຂດຍຸຕິທໍາ ໄຈກາ (JICA) ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ນະລົງລິດ ນໍລະສິງ, ຫົວໜ້າຫ້ອງການກະຊວງຍຸຕິທໍາ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມຈະເສີມຂະຫຍາຍສາຍພົວພັນການຮ່ວມມື ລະຫວ່າງ ຂະແໜງຍຸຕິທຳ ສປປ ລາວ ແລະ ອົງການໄຈກາປະຈໍາ ສປປ ລາວ ນັບມື້ນັບແໜ້ນແຟ້ນ ແລະ ກ້າວເຂົ້າສູ່ລວງເລິກ.

ຂ່າວ-ພາບ: ກະຊວງຍຸຕິທໍາ