ພະແນກຍຸຕິທຳແຂວງຄຳມ່ວນ  ໄດ້ເປີດກອງປະຊຸມວຽກງານຍຸຕິທຳ ທົ່ວແຂວງ ປະຈຳປີ 2018

ໃນວັນທີ່ 13 ກຸມພາ 2019 ພະແນກຍຸຕິທຳແຂວງຄຳມ່ວນ  ໄດ້ເປີດກອງປະຊຸມວຽກງານຍຸຕິທຳ ທົ່ວແຂວງ ປະຈຳປີ 2018 ຂື້ນ ທີ່ຫ້ອງປະຊຸມຂອງພະແນກຍຸຕິທຳແຂວງ  ກອງປະຊຸມໃນຄັ້ງນີ້ ແມ່ນໄດ້ຮັບກຽດເປັນປະທານຮ່ວມ ໂດຍທ່ານ ບຸນມາ ສຸດສະດາວອນ ຄະນະປະຈຳພັກແຂວງ ຫົວໜ້າອົງການໄອຍະການປະຊາຊົນແຂວງ, ທ່ານ ຄຳເພົ້າ ທອງເທພາຮັກ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງຄຳມ່ວນ, ຄະນະພະແນກ, ບັນດາທ່ານໃນ 7 ຫ້ອງການຂອງພະແນກ, ຫົວໜ້າ ແລະ ຮອງຫົວໜ້າຫ້ອງການຍຸຕິທຳ 10 ຕົວເມືອງ, ຕ່າງໜ້າພະແນກການອ້ອມຂ້າງແຂວງ ແລະ ເມືອງ ຕະຫຼອດຮອດຜູ້ຕາງໜ້າສາຂາທະນາຄານ ແລະ ພະນັກງານ ກໍ່ໄດ້ ໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດດັ່ງກ່າວ ທ່ານ ບຸນມາ ສຸດສະດາວອນ ກໍໄດ້ຍົກໃຫ້ເຫັນ ຕໍ່ກັບຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານ, ການປັບປຸງກົງຈັກບໍລິຫານ ແລະ ແບບແຜນວິທີ່ເຮັດວຽກ ທີ່ຂື້ນກັບຂະແໜງການຍຸຕິທຳແຂວງ  ສະພາບປະກົດການຫຍໍ້ທໍ້ຕ່າງໆ  .ພ້ອມນັ້ນ ທ່ານຍັງໄດ້ຮຽກຮ້ອງຕໍ່ບັນດາແຂກທີ່ເຂົ້້າຮ່ວມ ຈົ່ງຍົກສູງຄວາມເອົາໃຈໃສ່ປະກອບຄຳຄິດຄຳເຫັນ ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍຜົນສຳເລັດຢ່າງມີປະສິດທິຜົນ.

ຫຼັງຈາກນັ້ນ ທ່ານ ລຳພອນ ສີອັກສອນ ຮອງຫົວໜ້າພະແນກຍຸຕິທຳແຂວງ  ແລະ  ບັນດາທ່ານຫົວໜ້າຫ້ອງການພາຍໃນພະແນກຍຸຕິທໍາແຂວງ ໄດ້ຂື້ນລາຍງານສະພາບໂດຍລວມ ການຈັດຕັ້ງປະຕິບັດວຽກງານຍຸຕິທຳ ປະຈໍາປີ 2018, ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງຕ່າງໆ. ນອກຈາກນັ້ນ, ຜູ້ແທນເຂົ້າຮ່ວມກອງປະຊຸມ ກໍ່ໄດ້ເອົາໃຈໃສ່ປະກອບຄຳຄິດ ຄຳເຫັນ ໃນກອງປະຊຸມວຽກງານຍຸຕິທຳທົ່ວແຂວງ ໃນຄັ້ງນີ້ ດ້ວຍບັນຍາກາດທີ່ຟົດຟື້ນ.

            ກອງປະຊຸມດັ່ງກ່າວ ແມ່ນດຳເນີນເປັນເວລາ 2 ວັນ, ວັນທີ 13 – 14 ກຸມພາ 2019 ແລະ ໄດ້ສຳເລັດລົງຢ່າງຈົບງານ.

ປະເພດຂ່າວ: