ກອງປະຊຸມວຽກງານຍຸຕິທຳ ທົ່ວແຂວງ ປະຈຳປີ 2018

ພະແນກຍຸຕິທຳແຂວງຄຳມ່ວນ  ໄດ້ເປີດກອງປະຊຸມວຽກງານຍຸຕິທຳ ທົ່ວແຂວງ ປະຈຳປີ 2018

ໃນວັນທີ່ 13 ກຸມພາ 2019 ພະແນກຍຸຕິທຳແຂວງຄຳມ່ວນ  ໄດ້ເປີດກອງປະຊຸມວຽກງານຍຸຕິທຳ ທົ່ວແຂວງ ປະຈຳປີ 2018 ຂື້ນ ທີ່ຫ້ອງປະຊຸມຂອງພະແນກຍຸຕິທຳແຂວງ  ກອງປະຊຸມໃນຄັ້ງນີ້ ແມ່ນໄດ້ຮັບກຽດເປັນປະທານຮ່ວມ ໂດຍທ່ານ ບຸນມາ ສຸດສະດາວອນ ຄະນະປະຈຳພັກແຂວງ ຫົວໜ້າອົງການໄອຍະການປະຊາຊົນແຂວງ, ທ່ານ ຄຳເພົ້າ ທອງເທພາຮັກ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງຄຳມ່ວນ, ຄະນະພະແນກ, ບັນດາທ່ານໃນ 7 ຫ້ອງການຂອງພະແນກ, ຫົວໜ້າ ແລະ ຮອງຫົວໜ້າຫ້ອງການຍຸຕິທຳ 10 ຕົວເມືອງ, ຕ່າງໜ້າພະແນກການອ້ອມຂ້າງແຂວງ ແລະ ເມືອງ ຕະຫຼອດຮອດຜູ້ຕາງໜ້າສາຂາທະນາຄານ ແລະ ພະນັກງານ ກໍ່ໄດ້ ໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ.

Subscribe to RSS - ກອງປະຊຸມວຽກງານຍຸຕິທຳ ທົ່ວແຂວງ ປະຈຳປີ 2018