ສີ່ ພາກສ່ວນປົກປ້ອງກົດໝາຍ ແຂວງ ບໍ່ແກ້ວ ຈັດພິທີເຊັນບົດບັນທຶກຮ່ວມກັນ

ໃນຕອນບ່າຍ ຂອງວັນທີ 28 ມິຖຸນາ 2019 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ບໍ່ແກ້ວ ໄດ້ຈັດໃຫ້ມີພິທີເຊັນບົດບັນທຶກຮ່ວມກັນ ລະຫວ່າງ ຄະນະກໍາມາທິການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະພາປະຊາຊົນແຂວງ ບໍ່ແກ້ວ ກັບ ພະແນກຍຸຕິທໍາແຂວງ, ອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ ບໍ່ແກ້ວ ຂຶ້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສົມພອນ ແກ້ວມະນີ ກໍາມາການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ປະທານກໍາມະທິການຍຸຕິທໍາ ແລະ ປກສ-ປກຊ, ມີບັນດາຫົວໜ້າ ແລະ ຮອງຫົວໜ້າພະແນກຍຸຕິທໍາແຂວງ, ຫົວໜ້າ ແລະ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງ, ປະທານ ແລະ ຮອງປະທານສານປະຊາຊົນແຂວງ, ເລຂາທິການສະພາປະຊາຊົນແຂວງ, ຜູ້ພິພາສາ, ຫົວໜ້າຫ້ອງການ, ຫົວໜ້າ ແລະ ຮອງຫົວໜ້າຂະແໜງແຕ່ລະພາກສ່ວນ ເຂົ້າຮ່ວມຈໍານວນ 45 ທ່ານ, ຍິງ 12 ທ່ານ.

ໃນພິທີ ທ່ານ ສົມພອນ ແກ້ວມະນີ ປະທານກອງປະຊຸມໄດ້ມີຄໍາເຫັນຕໍ່ພິທີ ແລະ ໄດ້ຜ່ານຮ່າງບົດບັນທຶກ ວ່າດ້ວຍການປະສານງານລະຫວ່າງ ສະພາປະຊາຊົນແຂວງ ກັບ ພະແນກຍຸຕິທໍາແຂວງ ບໍ່ແກ້ວ, ອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ ບໍ່ແກ້ວ ຊຶ່ງເນື້ອໃນຂອງບົດບັນທຶກສະບັບນີ້ ໄດ້ກໍານົດຫຼັກການ, ວິທີການໃນການປະສານງານລະຫວ່າງ ຄະນະກໍາມະທິການຍຸຕິທໍາ ແລະ ປກສ-ປກຊ, ສະພາປະຊາຊົນແຂວງ ກັບ ພະແນກຍຸຕິທໍາແຂວງ, ອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ ໃນການຄົ້ນຄວ້າ, ປຶກສາຫາລື ແລະ ຕົກລົງວຽກງານຮ່ວມກັນໃຫ້ຖືກຕ້ອງ, ທັນການ ເພື່ອຮັບປະກັນໃຫ້ແກ່ ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະພາກສ່ວນ ໃຫ້ຖືກຕ້ອງ ແລະ ມີປະສິດທິຜົນສູງ.
ໃນຕອນທ້າຍຂອງພິທີກໍໄດ້ມີການລົງນາມເຊັນບົດບັນທຶກລະຫວ່າງ ທ່ານ ສົມພອນ ແກ້ວມະນີ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ປະທານກໍາມະທິການຍຸຕິທໍາ ແລະ ປກສ-ປກຊ, ທ່ານ ຄໍາຫຼ້າ ອຸດທະຍອດ ກໍາມະການພັກແຂວງ, ຫົວໜ້າພະແນກຍຸຕິທໍາແຂວງ, ທ່ານ ຄໍານວນ ກ້ອນ ຫົວໜ້າອົງການໄອຍະການປະຊາຊົນແຂວງ ແລະ ທ່ານ ສົມພອນ ອິນຕະວົງ ປະທານສານປະຊາຊົນແຂວງ ຊຶ່ງມີບັນດາທ່ານ ຜູ້ເຂົ້າຮ່ວມກອງປະຊຸມເປັນສັກຂີພະຍານໃນການເຊັນບົດບັນທຶກໃນຄັ້ງນີ້.

ຂ່າວ-ພາບ : ອານົນ ໄພຍະສານ

ປະເພດຂ່າວ: