ພະແນກຍຸຕິທຳ ແຂວງບໍ່ແກ້ວ ໄດ້ສ້າງຂະບວນການກິລາບານເຕະກັບສຳມະນາກອນກົດໝາຍ 45 ວັນ ຊຸດທີ VII

ເພື່ອເປັນການຕ້ອນຮັບວັນສຳຄັນຕ່າງໆຂອງພັກ, ຂອງຊາດ ໃຫ້ເປັນຂະບວນຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນດັ່ງນັ້ນ ໃນຕອນບ່າຍຂອງວັນທີ 21 ກັນຍາ 2018 ພະແນກຍຸຕິທຳແຂວງ ບໍ່ແກ້ວ ຈຶ່ງໄດ້ສ້າງຂະບວນການກິລາມິດຕະພາບຂຶ້ນ, ໂດຍມີພະແນກຍຸຕິທຳແຂວງ, ມີຄູ-ອາຈານສອນກົດໝາຍ 45 ວັນ, ນັກສໍາມະນາກອນກົດໝາຍ 45 ວັນ ເຂົ້າຮ່ວມຢ່າງພ້ອມພຽງ ແລະ ເປັນຂະບວນຟົດຟື້ນ.

ການແຂ່ງຂັນກິລາໃນຄັ້ງນີ້ປະກອບມີ 1 ປະເພດຄື: ກິລາບານເຕະມີ 2 ຄູ່ ຜົນຂອງການແຂ່ງຂັນ ກິລາບານເຕະຊາຍ ແມ່ນທີມນັກສຳມະນາກອນກົດໝາຍ 45 ວັນ ຊຸດທີ VII ສາມາດເອົາຊະນະທີມ ພະແນກຍຸຕິທຳແຂວງ, ຄູ-ອາຈານ ໄດ້ 8 ປະຕູຕໍ່ 6, ຜົນຂອງການແຂ່ງຂັນ ກິລາບານເຕະຍິງ ແມ່ນທີມນັກສຳມະນາກອນກົດໝາຍ 45 ວັນ ຊຸດທີ VII ສະເໝີກັນກັບ ທີມພະແນກຍຸຕິທຳແຂວງ, ຄູ-ອາຈານ 0 ປະຕູຕໍ່ 0, ຕະຫຼອດໄລຍະການແຂ່ງຂັນກິລາ ແມ່ນເຕັມໄປດ້ວຍຄວາມສາມັກຄີ, ໄມຕີຈິດ, ມິດຕະພາບ ຄວາມເບີກບານມ່ວນຊື່ນ ແລະ ຮັດແໜ້ນຄວາມສາມັກຄີລະຫວ່າງ ສຳມະນາກອນກົດໝາຍ 45 ວັນ ກັບພະແນກຍຸຕິທຳແຂວງ ຄູ-ອາຈານສອນກົດໝາຍ 45 ວັນ.

ຂ່າວ-ພາບ: ອານົນ ໄພສານ