ຜົນສຳເລັດກອງປະຊຸມສະຫຼຸບວຽກງານ ຍຸຕິທຳຮາກຖານ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍ ປີ 2018 ຂອງພະແນກຍຸຕິທຳແຂວງ ວຽງຈັນ

    ໃນ​ວັນ​ທີ 21 ​ສິງຫາ 2018 ພະ​ແນ​ກຍຸຕິ​ທຳ​ແຂວງ​ ວຽງຈັນ ​ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບວຽກງານ​ຍຸຕິ​ທຳ​ຮາກ​ຖານ​ 06 ​ເດືອນ​ຕົ້ນ​ປີ ​ແລະ​ ທິດ​ທາງ​ແຜນການ​ 06 ​ເດືອນ​ທ້າຍ ​ປີ 2018​ ໂດຍ​ໃຫ້ກຽດ​ເປັນ​ປະທານ​ຮ່ວມ​ຂອງ ​ທ່ານ ​ນາງ ​ສິງ​ຄຳ ​ຄົງ​ສະຫວັນ ຮອງ​ເລຂາ​ພັກ​ແຂວງ ຮອງ​ເຈົ້າ​ແຂວງໆວຽງຈັນ, ມີ ​ທ່ານ​ ກອງສີ​ ອຸດົມ ​ກຳມະການ​ພັກ​ແຂວງ​ ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງ​ວຽງຈັນ, ມີ​ຮອງ​ຫົວໜ້າພະແນ​ກ, ຫົວໜ້າຂະ​ແໜງ, ຮອງ​ຂະ​ແໜງ, ຫົວໜ້າຍຸຕິ​ທຳ​ເມືອງ 11 ​ເມືອງ ​ແລະ ​ວິຊາການ ​​ເຂົ້າ​ຮ່ວມ​ທັງໝົດ 36 ທ່ານ ເປັນ​ຍິງ 09 ທ່ານ.

    ໃນ​ພິທີ ​ທ່ານ​ ກອງ​ສີ​ ອຸດົມ​ ກຳມະການ​ພັກ​ແຂວງ​ ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງ​ ວຽງຈັນ ກໍ່​ໄດ້​ໃຫ້ກຽດຂຶ້ນ​ກ່າວ​ເປີດ​ ກອງ​ປະຊຸມຢ່າງ​ເປັນ​ທາງ​ການ.​ໃນ​ນັ້ນ ​ທ່ານ ​ຄຳ​ພັນ ​ຊະນະ​ໄພ ​ຮອງ​ຫົວໜ້າພະ​ແນ​ກຍຸຕິ​ທຳ​ ກໍ​ໄດ້​ຂື້ນ​ຜ່ານ​ບົດ​ສະຫຼຸບວຽກງານ​ຍຸຕິ​ທຳ​ຮາກ​ຖານ ​06 ​ເດືອນ​ຕົ້ນ​ປີ​ ແລະ​ ທິດ​ທາງ​ແຜນການ​ 06 ​ເດືອນ​ທ້າຍ ​ປີ 2018 ​ເຊິ່ງມີວຽກງານ​ທີ່​ພົ່ນ​ເດັ່ນ​ເຊິ່ງສະ​ແດງ​ອອກ​ດັ່ງ​ນີ້:

+ ວຽກງານ​ສຶກສາ​ອົບຮົມ​ ແລະ​ ໂຄສະນາ​ເຜີຍ​ແຜ່​ກົດໝາຍ​ ໃຫ້​ແກ່​ປະຊາຊົນ​ໄດ້​ທັງໝົດ 235 ຄັ້ງ​ມີ​ຜູ້​ເຂົ້າ​ຮ່ວມ​ທັງໝົດ 25,678 ຄົນ ​ຍິງ 12,834 ຄົນ ຢູ່​​ໂຮງຮຽນມີທັງໝົດ 34 ຄັ້ງ​ ມີ​ຜູ້​ເຂົ້າ​ຮ່ວມ​ທັງໝົດ 12,997 ຄົນ ​ຍິງ 6,327 ຄົນ.

+ ວຽກງານ​ການ​ສ້າງ​ຄອບຄົວ ​ແລະ ​ບ້ານ​ແບບຢ່າງ​ປະຕິບັດ​ກົດໝາຍ: ​ທົ່ວ​ແຂວງ​ສາມາດປະ​ເມີນ​ຄືນ​ໄດ້ 165​ ບ້ານ​ ມີ​ຄອບຄົວ​ເຂົ້າ​ຮ່ວມ​ທັງໝົດ 34,338 ຄອບຄົວ, ປະກາດ​ເປັນ​ບ້ານ​ແບບຢ່າງ​ປະຕິບັດ​ກົດໝາຍ​ໄດ້​ທັງໝົດ 369 ບ້ານ, ​ຄິດ​ເປັນເປີເຊັນໄດ້​ 85,21% ຂອງ​ຈຳນວນ​ບ້ານ​ທັງໝົດ, ທົ່ວ​ແຂວງ​ເປັນ​ຄອບຄົວ​ແບບຢ່າງ​ປະຕິບັດ​ກົດໝາຍໄດ້ 75,430 ຄອບຄົວ, ​ຄິດ​ເປັນ​ເປີ​ເຊັນໄດ້ 87,45% ຂອງ​ຈຳນວນ​ຄອບຄົວ​ທັງໝົດ​ໃນ​ທົ່ວ​ແຂວງ.

+ ວຽກງານ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ຂັ້ນ: ​ບ້ານ​ທົ່ວ​ແຂວງ​ ສາມາດ​ແກ້​ໄຂ​ໄດ້​ສຳ​ເລັດ 105 ​ຂໍ້​ຂັດ​ແຍ່ງ​ ໃນນີ້ມີ​ຂໍ້​ຂັດ​ແຍ່ງ​ທາງ​ແພ່ງ 73​, ທາງອາຍາ 32.

+ ວຽກງານ​ເດັກ: ໄດ້​ລົງ​ໂຄສະນາ​ເຜີຍແຜ່ກົດໝາຍຢູ່​ໂຮງຮຽນມໍ​ຕົ້ນ, ມໍ​ປາຍ​ໄດ້​ທັງໝົດ 39 ຄັ້ງ​ ມີ​ຜູ້​ເຂົ້າ​ຮ່ວມທັງໝົດ 13,790 ຄົນ ​ຍິງ 6,762 ຄົນ.

+ ວຽກງານ​ການ​ຮຽນ-ການ​ສອນ​ກົດໝາຍຊັ້ນ​ຕົ້ນ​: ໄດ້ເປີດ​ການ​ຮຽນ-ການ​ສອນ​ຢູ່ 5 ​ເມືອງ​ ມີ​ນັກຮຽນ​ເຂົ້າ​ຮ່ວມ​ຮັບ​ຟັງທັງໝົດ 244 ຄົນ ຍິງ 43​ ຄົນ, ມີ​ອົງການ​ປົກຄອງ​ບ້ານ 231 ​ຄົນ ​ຍິງ 35 ​ຄົນ ​ພະນັກງານ​ເມືອງ 13​ ຄົນ​ ຍິງ 08 ​ຄົນ.

+ ວຽກງານ​ການ​ເປີດ​ຊຸດ​ຝຶກ​ອົບຮົມ​ກົດໝາຍໄລຍະສັ້ນ 45 ວັນ ໃຫ້​ແກ່​ພະນັກງານ​ການ​ນຳ​ຫຼັກ​ແຫຼ່ງຂອງ​ແຂວງ ​ແລະ ຂັ້ນເມືອງ​ຊຸດ​ທີ VIII ຂອງ​ແຂວງ​ວຽງຈັນ. ​ມີ​ຜູ້​ເຂົ້າ​ຮ່ວມ​ທັງໝົດ 50 ຄົນ, ຍິງ 08 ຄົນ ທຽບ​ໃສ່​ແຜນການ​ປະຕິບັດ​ແມ່ນ​ໄດ້ 100%.

    ໃນ​ກອງ​ປະຊຸມ​ຍັງ​ມີ​ການ​ປະກອບຄຳ​ຄິດ​ຄຳ​ເຫັນ​ໃສ່​ບົດ​ສະຫຼຸບ​ຢ່າງກົງໄປກົງມາເພື່ອ​ໃຫ້ເນື້ອໃນຄົບ​ຖ້ວນສົມບູນຂື້ນຕື່ມ.

   ໃນ​ຕອນ​ທ້າຍ ທ່ານ​ນາງ ສິງ​ຄຳ ຄົງ​ສະຫວັນ ​ຮອງເລຂາ​ພັກ​ແຂວງ ຮອງ​​ເຈົ້າ​ແຂວງ ​ວຽງຈັນ​ ກໍ​ໄດ້​ໃຫ້ກຽດ​ໂອ້​ລົມ ​ແລະ​ ມີ​ທິດ​ຊີ້​ນຳ​ຕໍ່ກອງ​ປະຊຸມ​ເພີ່ນ​ໄດ້ຍ້ອງຍໍຊົມເຊີຍຄະນະນຳຂອງພະແນກ ທີ່ໄດ້ເອົາໃຈໃສ່ ລົງຕິດຕາມກວດກາ ໃກ້ສິດຕິດແທດຊີ້ນໍາ-ນຳພາແຕ່ລະເມືອງເພື່ອໃຫ້ວຽກງານຍຸຕິທຳຮາກຖານບັນບຸຕາມຄາດໝາຍ, ທ່ານ​ຍັງ​ໄດ້​ເນັ້ນໜັກ​ໃຫ້​​ເອົາ​ໃຈ​ໃສ່​​ເປັນ​ເຈົ້າ​ການບຸກບືນ​ຝືກຝົນຫຼໍ່ຫຼອມຕົນ​ເອງ​ນຳ​ເອົາ​ຄວາມ​ຮູ້ ຄວາມສາມາດມີ​ວິຊາ​ສະ​ເພາະ​ຂອງ​ຕົນ​ເພື່ອ​ລົງ​ໄປ​​ໂຄສະນາ​​ເຜີຍ​ກົດໝາຍ​ໃຫ້​ໄດ້​ແກ່ປະຊາຊົນບັນດາ​ເຜົ່າ​ໄດ້​ຫຼາຍ​ຮູບ​​ແບບ, ​ຫຼາຍ​ວິທີ​ໃຫ້​ທົ່ວ​ເຖິງ​​​ເປົ້າໝາຍ​ ແລະ​ ເຮັດ​ສຳ​ເລັດ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກງານ​ຍຸຕິ​ທຳ​ຮາກ​ຖານ​ໃນ​ປີຕໍ່ໆ​ໄປ.