ຜົນສຳເລັດກອງປະຊຸມສະຫຼຸບວຽກງານຍຸຕິທຳຮາກຖານ 06 ເດືອນຕົ້ນປີ

ຜົນສຳເລັດກອງປະຊຸມສະຫຼຸບວຽກງານ ຍຸຕິທຳຮາກຖານ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍ ປີ 2018 ຂອງພະແນກຍຸຕິທຳແຂວງ ວຽງຈັນ

    ໃນ​ວັນ​ທີ 21 ​ສິງຫາ 2018 ພະ​ແນ​ກຍຸຕິ​ທຳ​ແຂວງ​ ວຽງຈັນ ​ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບວຽກງານ​ຍຸຕິ​ທຳ​ຮາກ​ຖານ​ 06 ​ເດືອນ​ຕົ້ນ​ປີ ​ແລະ​ ທິດ​ທາງ​ແຜນການ​ 06 ​ເດືອນ​ທ້າຍ ​ປີ 2018​ ໂດຍ​ໃຫ້ກຽດ​ເປັນ​ປະທານ​ຮ່ວມ​ຂອງ ​ທ່ານ ​ນາງ ​ສິງ​ຄຳ ​ຄົງ​ສະຫວັນ ຮອງ​ເລຂາ​ພັກ​ແຂວງ ຮອງ​ເຈົ້າ​ແຂວງໆວຽງຈັນ, ມີ ​ທ່ານ​ ກອງສີ​ ອຸດົມ ​ກຳມະການ​ພັກ​ແຂວງ​ ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງ​ວຽງຈັນ, ມີ​ຮອງ​ຫົວໜ້າພະແນ​ກ, ຫົວໜ້າຂະ​ແໜງ, ຮອງ​ຂະ​ແໜງ, ຫົວໜ້າຍຸຕິ​ທຳ​ເມືອງ 11 ​ເມືອງ ​ແລະ ​ວິຊາການ ​​ເຂົ້າ​ຮ່ວມ​ທັງໝົດ 36 ທ່ານ ເປັນ​ຍິງ 09 ທ່ານ.

Subscribe to RSS - ຜົນສຳເລັດກອງປະຊຸມສະຫຼຸບວຽກງານຍຸຕິທຳຮາກຖານ 06 ເດືອນຕົ້ນປີ