ພະແນກຍຸຕິທຳແຂວງ ສະຫວັນນະເຂດ ແລະ ພະແນກຍຸຕິທຳ ແຂວງຄຳມ່ວນ ຕ້ອນຮັບທ່ານລັດຖະມົນຕີກະຊວງຍຸຕິທຳ

     ພະແນກຍຸຕິທຳ ແຂວງສະຫວັນນະເຂດ ແລະ ພະແນກຍຸຕິທຳ ແຂວງຄຳມ່ວນ ໄດ້ຕ້ອນ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ທີ່ໄດ້ລົງຊີ້ນຳວຽກງານຢູ່ແຂວງດັ່ງກ່າວ. ໃນວັນທີ 30 ສິງຫາ 2016 ທ່ານ ອຸໄພວັນ ໄຊຍະວົງ ຫົວ ໜ້າພະແນກຍຸຕິທຳ ແຂວງສະຫວັນນະເຂດ ແລະ ທ່ານ ຈັນທາ ພົມມະສອນ ຫົວໜ້າພະແນກຍຸຕິທຳ ແຂວງຄຳມ່ວນ, ມີຮອງພະແນກ, ຫົວໜ້າຫ້ອງການຕະຫຼອດຮອດພະນັກງານລັດຖະກອນຂອງສອງພະແນກ ເຂົ້າຮ່ວມຢ່າງພ້ອມພຽງ. ໃນການລົງມາຊີ້ນຳວຽກງານໃນຄັ້ງນີ້ ທ່ານ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານຂອງສອງພະແນກໃນໄລຍະທີ່ຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຊຶ່ງເຫັນໄດ້ວ່າທັງສອງພະແນກ ແມ່ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມະຊິກພັກ, ພະນັກງານ-ລັດຖະກອນພາຍໃນພະແນກຍຸຕິທຳແຂວງ ກໍຄືຫ້ອງການຍຸຕິທຳເມືອງໃນທົ່ວແຂວງຢ່າງຕໍ່ເນື່ອງ, ສະແດງໃຫ້ເຫັນວ່າສະມາຊິກພັກ, ພະນັກງານ-ລັດຖະ ກອນພາຍໃນຂະແໜ່ງຍຸຕິທຳ ໄດ້ມີທັດສະນະຫຼັກໝັ້ນການເມືອງດີ, ມີສະຕິຕໍ່ການຈັດຕັ້ງ, ຕໍ່ລະບຽບວິໄນ ແລະ ຕໍ່ໜ້າທີ່ວຽກງານ, ມີຈິດໃຈບຸກບືນຝຶກຝົນຫຼໍ່ຫຼອມຕົນເອງ ແລະ ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

    ຫຼັງຈາກນັ້ນ, ທ່ານລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ແລະ ຜົນງານການເຄື່ອນໄຫວວຽກງານຕະຫຼອດໄລຍະທີ່ຜ່ານມາ ທີ່ທັງສອງພະແນກສາມາດຍາດມາໄດ້ຜົນງານຫຼາຍດ້ານ ຈົ່ງພ້ອມກັນສືບຕໍ່ຮັກສາມູນເຊື້ອ ຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ໃຫ້ຖືສຳຄັນບັ້ນດຳເນີນຊີວິດການເມືອງໃຫ້ເຂັ້ມແຂງກວ່າເກົ່າ ເພື່ອຍົກລະດັບຄວາມຮູ້, ຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ ໂດຍເນັ້ນໃສ່ຄຸນທາດທາງດ້ານການເມືອງ, ຄຸນສົມບັດ ສິນທຳປະຕິວັດຂອງສະມະຊິກພັກ, ພະນັກງານ-ລັດຖະກອນ; ປັບປຸງທັດສະນະຫຼັກໝັ້ນປະຕິວັດຂອງແຕ່ລະຄົນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ມີຄວາມຮັບຜິດຊອບສູງ ແລະ ເປັນເຈົ້າການໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບ ມອບໝາຍ ພ້ອມກັນສືບຕໍ່ປະຕິບັດຕາມແຜນການທີ່ທັງສອງພະແນກໄດ້ວາງໄວ້ໃຫ້ສຳເລັດ ແລະ ປາກົດຜົນເປັນຈິງເທື່ອລະກ້າວ.

ຂ່າວໂດຍ: ນ. ສີທົນ ສີສະຫວາດ; ພາບໂດຍ: ຄຳພອນ