ພະແນກຍຸຕິທຳແຂວງ ສະຫວັນນະເຂດ ແລະ ພະແນກຍຸຕິທຳ ແຂວງຄຳມ່ວນ ຕ້ອນຮັບທ່ານລັດຖະມົນຕີກະຊວງຍຸຕິທຳ
Submitted by xaiyphimphone on
ພະແນກຍຸຕິທຳ ແຂວງສະຫວັນນະເຂດ ແລະ ພະແນກຍຸຕິທຳ ແຂວງຄຳມ່ວນ ໄດ້ຕ້ອນ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ທີ່ໄດ້ລົງຊີ້ນຳວຽກງານຢູ່ແຂວງດັ່ງກ່າວ. ໃນວັນທີ 30 ສິງຫາ 2016 ທ່ານ ອຸໄພວັນ ໄຊຍະວົງ ຫົວ ໜ້າພະແນກຍຸຕິທຳ ແຂວງສະຫວັນນະເຂດ ແລະ ທ່ານ ຈັນທາ ພົມມະສອນ ຫົວໜ້າພະແນກຍຸຕິທຳ ແຂວງຄຳມ່ວນ, ມີຮອງພະແນກ, ຫົວໜ້າຫ້ອງການຕະຫຼອດຮອດພະນັກງານລັດຖະກອນຂອງສອງພະແນກ ເຂົ້າຮ່ວມຢ່າງພ້ອມພຽງ.