ພະແນກຍຸຕິທຳແຂວງ ຫົວພັນ ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ 3 ເດືອນ ແລະ ເປີດຮຽນກົດໝາຍໄລຍະສັ້ນ 45 ວັນ ຢູ່ເມືອງ ຊຽງຄໍ້

ໃນວັນ​ທີ 18 ກໍລະກົດ 2018 ຢູ່​ທີ່ ສະ​ໂມ​ສອນ​ເມືອງ ຊຽງຄໍ້ ພະ​ແນ​ກຍຸຕິ​ທໍາ​ແຂວງ ຫົວພັນ ໄດ້ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ 3 ​ເດືອນ ແລະ ເປີດຮຽນກົດໝາຍໄລຍະສັ້ນ 45 ວັນ ໂດຍ​ການ​​ເປັນ​ປະທານຂອງທ່ານ ​ເຄນ​ທອງ ພອນ​ພະ​ແກ້ວ ຮອງ​ເຈົ້າ​ເມືອງ ຊຽງຄໍ້, ​​ເປັນກຽດເຂົ້າ​ຮ່ວມມີ​ ທ່ານ ສົມ​ພອນ ອິນ​ຄະ​ວິ​ໄລ ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງຫົວພັນ, ​ມີຫົວໜ້າຫ້ອງການ​ຍຸຕິ​ທຳ​ເມືອງ ທ່ານຜູ້ຕາງໜ້າຈາກ​ຫ້ອງ​ການ​ອ້ອມ​ຂ້າງ​ເມືອງ, ຄູ-ອາຈານ ​ແລະ ​ນັກ​ສຳ​ມະ​ນາກ​ອນ ເຂົ້າຮ່ວມທັງໝົດ 75 ທ່ານ, ຍິງ 12 ທ່ານ

​          ໃນ​ພິທີທ່ານ ຄຳ​ຜຸຍ ພິມ​ມະ​ວົງສາ ຫົວໜ້າຫ້ອງການ​ຍຸຕິ​ທຳ​ເມືອງ ​ຊຽງຄໍ້ ໄດ້ສະຫຼຸບລາຍ​ງານຜົນສຳ​ເລັດ​ການຈັດ​ຕັ້ງ​ປະຕິບັດຫຼັກສູດການຮຽນ-ການ​ສອນກົດໝາຍຊັ້ນຕົ້ນ ​ໄລຍະ 3 ເດືອນ ຊຶ່ງ​​ການ​ຮຽນ-ການ​ສອນກົດໝາຍຊັ້ນ​ຕົ້ນ​ ແມ່ນ​ຈັດ​ໃຫ້​ສະ​ເພາະພະນັກງານຫຼັກ​ແຫຼ່ງຂອງ​ຂະແໜງການ​ອ້ອມ​ຂ້າງ​ເມືອງ, ​ເລຂາ​ພັກ​ບ້ານ, ນາຍບ້ານຂອງ​​ ​ເມືອງ​ ຊຽງຄໍ້. ການ​ຮຽນ-ການ​ສອນດັ່ງກ່າວ​ ແມ່ນ​ໄດ້​ນຳ​ເອົາ​ບາງກົດໝາຍ​ໃນ​ 4 ຂົງ​ເຂດ​ມາ​ສິດສອນ ຜ່ານ​ການ​ຮຽນກົດໝາຍຊັ້ນ​ຕົ້ນ​ເຮັດ​​ໃຫ້​ສຳ​ມະ​ນາກ​ອນຮັບ​ຮູ້​ເຂົ້າ​ໃຈຕໍ່​ກັບ​ລັດຖະທຳ​ມະນູນ ​ແລະ ກົດໝາຍ ​​ແນໃສ່ເຮັດ​ໃຫ້​ກຸ່ມ​ບ້ານ ​ແລະ ຮາກ​ຖານ​ບ້ານມີ​ການ​ພັດທະນາ, ມີ​ຄວາມ​ສະຫງົບ ມີຄວາມ​ເປັນ​ລະບຽບຮຽບຮ້ອຍ​​ໂດຍພື້ນຖານ ​ແລະ ສາມາດກາຍ​ເປັນ​ບ້ານ​ແບບຢ່າງ​ໃນ​ການ​ປະຕິບັດ​ກົດໝາຍ. ພ້ອມ​ດຽວກັນນັ້ນ, ​ໃນ​ພິທີ ກໍ​ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ທ່ານ​ເຈົ້າ​ເມືອງ ຊຽງຄໍ້​ ວ່າ​ດ້ວຍ ​ການອະນຸມັດ​ໃຫ້​ເປີດ​ການຮຽນ-ການສອນກົດໝາຍ ໄລຍະສັ້ນ 45 ວັນ ປະຈຳ​ປີ 2018 ພ້ອມ​ທັງ​ມອບ​ໃບ​ປະກາສະ​ນິຍະ​ບັດ​ໃຫ້​ແກ່​ຜູ້​ສຳ​ເລັດ​ການ​ຮຽນກົດໝາຍຊັ້ນ​ຕົ້ນ ຈຳນວນ ​39 ທ່ານ, ຍິງ 6 ທ່ານ ມອບ​ໂດຍ​ທ່ານ ສົມ​ພອນ ອິນ​ຄະ​ວິ​ໄລ ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງຫົວພັນ ພ້ອມ​ກັນ​ນັ້ນ ກໍ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້​ແກ່​ຄະນະ​ຊີ້​ນຳ​, ຄະນະ​ຮັບຜິດຊອບ, ຄູ-ອາຈານ ​ແລະ ນັກ​ສຳ​ມະ​ນາກ​ອນຜູ້​ທີ່​ຮຽນດີ​ຮຽນ​ເກັ່ງໃນຄັ້ງນີ້ ໃຫ້ກຽດມອບ​ໂດຍ​ທ່ານ ​ເຄນ​ທອງ ພອນ​ພະ​ແກ້ວ ຮອງ​ເຈົ້າ​ເມືອງ ຊຽງຄໍ້.

      ໃນ​ຕອນ​ທ້າຍ​ຂອງ​ພິທີທ່ານ ​ສົມ​ພອນ ອິນ​ຄະ​ວິ​ໄລ ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງ ​ກໍ​ໄດ້​ໃຫ້ກຽດມີ​ຄຳ​ເຫັນ​ໂອ້​ລົ​ມຕໍ່​ພິທີ​ ຊຶ່ງທ່ານ​ໄດ້​ກ່າວ​ຍ້ອງຍໍ​ຊົມ​ເຊີຍ ຄະນະ​ຮັບຜິດຊອບ, ຄູ-ອາຈານ ​ແລະ ນັກ​ສຳ​ມະ​ນາກ​ອນ ທີ່​ໄດ້​ເອົາ​ໃຈ​ໃສ່​​ໃນ​ການສິດສອນ ​ແລະ ຄົ້ນຄວ້າຮ່ຳຮຽນຈົນ​ສຳ​ເລັດ ​ແລະ ທ່ານ​ຍັງ​ໄດ້​ເນັ້ນໜັກ​ໃຫ້​ນັກ​ສຳ​ມະ​ນາກ​ອນທຸກ​ທ່ານ ຈົ່ງ​ນຳ​ເອົາ​ຄວາມ​ຮູ້, ຄວາມ​ສາມາດທີ່​ໄດ້​ຮໍ່າຮຽນມາໄປຈັດ​ຕັ້ງ​ຜັນ​ຂະຫຍາຍ​​ເຂົ້າ​ໃນການ​ເຄື່ອນ​ໄຫວໜ້າທີ່​ວຽກງານ​ໃນ​ຂອບ​ເຂດ​ທີ່​ຕົນ​ເອງ​ຮັບຜິດຊອບ​ໃຫ້​​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ.

ຂຽນຂ່າວ: ພວງ​ເພັດ  ປັບປຸງຂ່າວ​: ອ່ອນ​ຄຳ