ພະແນກຍຸຕິທຳແຂວງ ຫົວພັນ ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ

ພະແນກຍຸຕິທຳແຂວງ ຫົວພັນ ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ 3 ເດືອນ ແລະ ເປີດຮຽນກົດໝາຍໄລຍະສັ້ນ 45 ວັນ ຢູ່ເມືອງ ຊຽງຄໍ້

ໃນວັນ​ທີ 18 ກໍລະກົດ 2018 ຢູ່​ທີ່ ສະ​ໂມ​ສອນ​ເມືອງ ຊຽງຄໍ້ ພະ​ແນ​ກຍຸຕິ​ທໍາ​ແຂວງ ຫົວພັນ ໄດ້ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ 3 ​ເດືອນ ແລະ ເປີດຮຽນກົດໝາຍໄລຍະສັ້ນ 45 ວັນ ໂດຍ​ການ​​ເປັນ​ປະທານຂອງທ່ານ ​ເຄນ​ທອງ ພອນ​ພະ​ແກ້ວ ຮອງ​ເຈົ້າ​ເມືອງ ຊຽງຄໍ້, ​​ເປັນກຽດເຂົ້າ​ຮ່ວມມີ​ ທ່ານ ສົມ​ພອນ ອິນ​ຄະ​ວິ​ໄລ ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງຫົວພັນ, ​ມີຫົວໜ້າຫ້ອງການ​ຍຸຕິ​ທຳ​ເມືອງ ທ່ານຜູ້ຕາງໜ້າຈາກ​ຫ້ອງ​ການ​ອ້ອມ​ຂ້າງ​ເມືອງ, ຄູ-ອາຈານ ​ແລະ ​ນັກ​ສຳ​ມະ​ນາກ​ອນ ເຂົ້າຮ່ວມທັງໝົດ 75 ທ່ານ, ຍິງ 12 ທ່ານ

Subscribe to RSS - ພະແນກຍຸຕິທຳແຂວງ ຫົວພັນ ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ