ເປີດຝຶກອົບຮົມກົດໝາຍລະຍະສັ້ນ 45 ວັນ ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງຊຸດທີ V ປະຈຳປີ 2017

    ໃນຕອນບ່າຍຂອງວັນທີ 6 ພະຈິກ 2017 ຢູ່ທີ່ພະແນກຍຸຕິທຳແຂວງຫຼວງພະບາງ ໄດ້ມີພິທີເປີດຝຶກອົບຮົມກົດໝາຍລະຍະສັ້ນ 45 ວັນ, ໃຫ້ແກ່ພະນັກງານຫຼັກແຫຼ່ງແຂວງຫຼວງພະບາງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ວົງສະຫວັນ ເທບພະຈັນ ຄະນະປະຈໍາພັກແຂວງຮອງເຈົ້າແຂວງຫຼວງພະບາງ, ມີ ສະຫາຍ ມີໄຊ ໄຊເກີ່ຢ່າຈົ່ງຕົວ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງຫຼວງພະບາງ, ມີຄະນະປະຈຳພັກແຂວງ, ກຳມະ ການພັກແຂວງ, ຫົວໜ້າພະແນກ, ຮອງພະແນກຄູ-ອາຈານ ຈາກພະແນກການອ້ອມຂ້າງແຂວງ ແລະ ນັກສຳມະນາກອນ ເຂົ້າຮ່ວມທັງໝົດ 38 ສະຫາຍ, ຍິງທ່ານ 12 ສະຫາຍ.

    ພິທີດັ່ງກ່າວ ສະຫາຍ ບຸນລັດ ສີລິສົມບັດ ຫົວໜ້າຫ້ອງການແຜນການ ແລະ ການເງິນ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຫຼວງພະບາງ, ສະບັບເລກທີ 604/ຈຂ.ຫຼບ, ລົງວັນທີ 02 ພະຈິກ 2017ວ່າດ້ວຍ ການອະນຸ ມັດໃຫ້ພະນັກງານ ເຂົ້າຮ່ວມຝຶກອົບຮົມກົດໝາຍລະຍະສັ້ນ 45 ວັນ ຊຸດທີ V ປະຈຳສົກປີ 2017.

    ໃນພິທີດັ່ງກ່າວ ສະຫາຍ ວົງສະຫວັນ ເທບພະຈັນ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງຫຼວງພະບາງ ໄດ້ໃຫ້ກຽດໂອ້ລົມຕໍ່ຄູ-ອາຈານ ແລະ ສຳມະນາກອນ ເຫັນໄດ້ຄວາມໝາຍສຳຄັນຂອງການຝຶກອົບຮົມກົດໝາຍ ຊຶ່ງໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ພາຍໃນແຂວງຫຼວງພະບາງ ພວມອອກແຮງແຂ່ງຂັນໃນການຈັດຕັ້ງຜັນຂະຫຍາຍມະຕິ ຄັ້ງທີ X ຂອງພັກ, ການຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງຫຼວງພະບາງ, ເວົ້າສະເພາະແມ່ນການເສີມຂະຫຍາຍການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ແລະ ລະບຽບການ. ການຝຶກອົບຮົມກົດ ໝາຍຄັ້ງນີ້ ຈຸດປະສົງແນໃສ່ຍົກລະດັບຄວາມຮູ້ດ້ານກົດໝາຍໃຫ້ແກ່ພະນັກງານຫຼັກແຫຼ່ງໃນພະແນກການ ແລະ ອົງການຈັດຕັ້ງຕ່າງໆອ້ອມຂ້າງແຂວງ ເພື່ອນຳໄປຈັດຕັ້ງປະຕິບັດ ໃນຂົງເຂດວຽກງານຕົວຈິງໃຫ້ສຳເລັດຜົນ.

    ນອກຈາກນີ້ ສະຫາຍ ວົງສະຫວັນ ເທບພະຈັນ ກໍ່ໄດ້ມີຄຳເຫັນເໜັ້ນໜັກເຖິງຄູ-ອາຈານ ຈົ່ງໄດ້ເພີ່ມທະວີຄວາມເອົາໃຈໃສ່ໃນການສິດສອນ ຕາມຕຳລາທີ່ກະຊວງຍຸຕິທຳວາງອອກ, ເອົາໃຈໃສ່ແຕ່ງບົດສອນ, ນຳໃຊ້ວິທີການ ສິດສອນໃຫ້ເໝາະສົມກັບກຳນົດເວລາ, ມີການສົນທະນາ, ອະທິບາຍເນື້ອໃນແຕ່ລະບົດໃຫ້ຈະແຈ້ງ ໂດຍສົມທຽບກັບພຶດຕິກຳຕົວຈິງທີ່ເກີດຂຶ້ນໃນສັງຄົມ ເພື່ອເຮັດໃຫ້ນັກຝຶກອົບຮົມຮັບຮູ້ ແລະ ເຂົ້າໃຈງ່າຍ, ຈື່ໄດ້ດີ ແລະ ສະມາດນຳເອົາຄວາມຮູ້ດັ່ງກ່າວໄປນຳໃຊ້ຢ່າງມີປະສິດທິຜົນ. ສຳລັບ ນັກຝຶກອົບຮົມ ຕ້ອງເພີ່ມທະວີຄວາມເປັນເຈົ້າການໃນການປະຕິບັດໂມງເວລາ, ຮູ້ຍາດແຍ່ງເອົາຄວາມຮູ້ຈາກຄູອາຈານ ພ້ອມທັງຮຽນຮູ້ແລກປ່ຽນ ແລະ ຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ.

         ຂຽນຂ່າວ ແລະ ຖ່າຍພາບ ໂດຍ: ນັກຂ່າວ ຫ້ອງການໂຄສະນາກົດໝາຍ