ເປີດຝຶກອົບຮົມກົດໝາຍະລຍະສັ້ນ 45 ວັນ ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງ

ເປີດຝຶກອົບຮົມກົດໝາຍລະຍະສັ້ນ 45 ວັນ ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງຊຸດທີ V ປະຈຳປີ 2017

    ໃນຕອນບ່າຍຂອງວັນທີ 6 ພະຈິກ 2017 ຢູ່ທີ່ພະແນກຍຸຕິທຳແຂວງຫຼວງພະບາງ ໄດ້ມີພິທີເປີດຝຶກອົບຮົມກົດໝາຍລະຍະສັ້ນ 45 ວັນ, ໃຫ້ແກ່ພະນັກງານຫຼັກແຫຼ່ງແຂວງຫຼວງພະບາງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ວົງສະຫວັນ ເທບພະຈັນ ຄະນະປະຈໍາພັກແຂວງຮອງເຈົ້າແຂວງຫຼວງພະບາງ, ມີ ສະຫາຍ ມີໄຊ ໄຊເກີ່ຢ່າຈົ່ງຕົວ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງຫຼວງພະບາງ, ມີຄະນະປະຈຳພັກແຂວງ, ກຳມະ ການພັກແຂວງ, ຫົວໜ້າພະແນກ, ຮອງພະແນກຄູ-ອາຈານ ຈາກພະແນກການອ້ອມຂ້າງແຂວງ ແລະ ນັກສຳມະນາກອນ ເຂົ້າຮ່ວມທັງໝົດ 38 ສະຫາຍ, ຍິງທ່ານ 12 ສະຫາຍ.

Subscribe to RSS - ເປີດຝຶກອົບຮົມກົດໝາຍະລຍະສັ້ນ 45 ວັນ ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງ