ຄະນະຮາກຖານກຳມະບານພະແນກຍຸຕິທຳ ເປີດກອງປະຊຸມສະຫຼຸບປະຈຳປີ 2018 ແລະ ການເປີດຂະບວນການແຂ່ງຂັນ 5 ເປັນເຈົ້າ ປີ 2019

ໃນຕອນເຊົ້າຂອງວັນທີ 16 ກໍລະກົດ 2019 ຜ່ານມານີ້ ຮາກຖານກຳມະບານໄດ້ໄຂກອງປະຊຸມສະຫຼຸບປະຈຳປີ 2018 ແລະ ເປີດຂະບວນການແຂ່ງຂັນ 5 ເປັນເຈົ້າປະຈຳປີ 2019 ໂດຍພາຍໃຕ້ການເປັນປະທານຮ່ວມລະຫວ່າງ ສະຫາຍ ຄຳຫຼ້າ ແກ້ວວັນສອນ ປະທານຄະນະຮາກຖານກຳມະບານພະແນກຍຸຕິທຳ ແລະ ສະຫາຍ ພົງໄຊ ຈະເລີນສຸກ ຮອງປະທານສະຫະພັນກຳມະບານແຂວງ ອັດຕະປື ພ້ອມດ້ວຍແຂກທີ່ຖືກເຊີນມາຈາກສານປະຊາຊົນແຂວງ, ອົງການໄອຍະການແຂວງ, ສະຫະພັນກຳມະບານແຂວງ, ສະພາປະຊາຊົນແຂວງ ແລະ ສະມາຊິກກຳມະບານພະແນກຍຸຕິທຳເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.

ໃນພິທີ ສະຫາຍ ວິໄລ ໄຊຍະວົງສາ ຫົວໜ້າຂະແໜງຈັດຕັ້ງພະນັກງານ ແລະ ກວດກາ ໄດ້ຂື້ນຜ່ານຂໍ້ຕົກລົງຂອງປະທານສະຫະພັນກຳມະບານແຂວງ ສະບັບເລກທີ 42/ສກຂ, ລົງວັນທີ 28 ມິຖຸນາ 2019 ວ່າດ້ວຍ ການອະນຸມັດໃຫ້ກຳມະບານຮາກຖານພະແນກຍຸຕິທຳແຂວງ ເປີດກອງປະຊຸມສະຫຼຸບປະຈຳປີ 2018 ແລະ ເປີດຂະບວນການແຂ່ງຂັນ 5 ເປັນເຈົ້າ ປີ 2019. ຕໍ່ມາ, ສະຫາຍ ສີໂຫ ຕານວົງພັບ ຮອງຄະນະຮາກຖານກຳມະບານພະແນກຍຸຕິທຳ ກໍໄດ້ໃຫ້ກຽດຂື້ນຜ່ານບົດສະຫລຸບເນື້ອໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ປີ 2018 ໃນໄລຍະຜ່ານມາ ພ້ອມທັງຍົກໃຫ້ເຫັນໄດ້ຜົນຂອງການຈັດຕັ້ງໃນແຕ່ລະຂໍ້ແຂ່ງຂັນຢ່າງລະອຽດຄື: ຂໍ້ແຂ່ງຂັນທີ 1. ເປັນເຈົ້າໂຄສະນາສືກສາອົບຮົມການເມືອງ-ແນວຄິດສາມາດປະຕິບັດຂໍ້ແຂ່ງຂັນນີ້ໄດ້ 84,69%; ຂໍ້ແຂ່ງຂັນທີ 2. ເປັນເຈົ້າການໃນການປັບປຸງແຜນນຳພາ ແລະ ຂະຫຍາຍການຈັດຕັ້ງກຳມະບານສາມາດປະຕິບັດຂໍ້ແຂ່ງຂັນນີ້ໄດ້ 85,60 %; ຂໍ້ແຂ່ງຂັນທີ 3. ເປັນເຈົ້າປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງພະນັກງານ, ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານ ສາມາດປະຕິບັດຂໍ້ແຂ່ງຂັນນີ້ໄດ້ 85,75 %; ຂໍ້ແຂ່ງຂັນທີ 4. ເປັນເຈົ້າການເຂົ້າຮ່ວມໃນການຕິດຕາມ, ກວດກາ, ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ, ວັດທະນະທຳ-ສັງຄົມ ສາມາດປະຕິບັດຂໍ້ແຂ່ງຂັນນີ້ໄດ້ 84,69% ແລະ ຂໍ້ແຂ່ງຂັນທີ 5. ເປັນເຈົ້າການເຂົ້າຮ່ວມໃນການຈັດຕັ້ງປະຕິບັດແນວທາງການຕ່າງປະເທດຂອງພັກ-ລະບຽບກົດໝາຍຂອງລັດ ປະຕິບັດຂໍ້ແຂ່ງຂັນນີ້ໄດ້ 84,69%. ນອກນີ້, ຍັງໄດ້ຈັດປະເພດກົມກອງເປັນ ປະເພດ I ແລະ ຈັດປະເພດບຸກຄົນ ປະເພດ I ໄດ້ 33 ສະຫາຍ, ປະເພດ II ໄດ້ 00 ສະຫາຍ, ຕີລາຄາລວມໝູ່ໄດ້ຄະແນນສະເລ່ຍ 85,60% ຈັດປະເພດເປັນ I. ຈາກນັ້ນ, ກໍໄດ້ຈັດພິທີມອບໃບຢັ້ງຢືນປະເພດ I ໃຫ້ສະມາຊິກກຳບານພະແນກຍຸຕິທຳຢ່າງສົມກຽດ.

ໃນຕອນທ້າຍຂອງກອງປະຊຸມສະມາຊິກກຳມະບານທຸກຄົນ ຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ຄຳຫຼ້າ ແກ້ວວັນສອນ ປະທານຄະນະຮາກຖານກຳມະບານພະແນກຍຸຕິທຳ ຊຶ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານຂອງສະມາຊິກກຳມະບານແຕ່ລະສະຫາຍທີ່ສາມາດຍາດມາໄດ້ໃນໄລຍະຜ່ານມາ. ໃນນັ້ນ,​ ທ່ານກໍໄດ້ເນັ້ນໜັກໃຫ້ແຕ່ລະສະຫາຍເອົາໃຈໃສ່ຮັກສາມູນເຊື້ອ, ເຕົ້າໂຮມຄວາມສາມັກຄີ, ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພາຍໃນໜ່ວຍຂອງຕົນຢ່າງເປັນປົກກະຕິ, ນຳເອົາບັນດາມະຕິຕົກລົງ ແລະ ນິຕິກຳຕ່າງໆ ໄປຈັດຕັ້ງຜັນຂະຫຍາຍເປັນແຜນວຽກຂອງຕົນໃຫ້ລະອຽດ, ຖືສຳຄັນເອົາການເຊື່ອມຊືມແນວທາງການເມືອງຢ່າງເປັນປົກກະຕິ ໂດຍຄຽງຄູ່ກັບການຮ່ວມຊີວິດການເມືອງເປັນຫຼັກ ແລະ ເພີ່ມທະວີສ້າງຂະບວນແຂ່ງຂັນຕິດພັນກັບຂະບວນຮັກຊາດ ແລະ ພັດທະນາ ຕິດພັນກັບກໍ່ສ້າງໜ່ວຍພັກແຂງຮູ້ນຳພາຮອບດ້ານ.

                                                          ພາບ ແລະ ບົດຂ່າວ ໂດຍ: ໂພທະສິນ ສະເຫຼີມສັກ