ພະແນກຍຸຕິທຳທ້ອງຖິ່ນ

ປະກາດ 7 ບ້ານ, ກຸ່ມ 4 ເປັນບ້ານແບບຢ່າງປະຕິບັດກົດໝາຍ

  ພິທີປະກາດ 7 ບ້ານ, ກຸ່ມ 4 ຂອງເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ເປັນບ້ານແບບຢ່າງປະຕິບັດກົດໝາຍ ໃນວັນທີ 14 ມັງກອນ 2020 ທີ່ອາຮາມວັດສີຊົມຊື່ນ ໂດຍການເປັນປະທານຂອງທ່ານ ຄຳສະຫວັນ ໂຄດໄຊ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ ໄຊເສດຖາ ໃຫ້ກຽດເຂົ້າຮ່ວມໂດຍທ່ານ  ບົວເກດ ພົມມະຈັນ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ຮອງຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ ມີຫົວໜ້າຫ້ອງການຍຸຕິທໍາເມືອງ ໄຊເສດຖາ, ເລຂາພັກກຸ່ມຮາກຖານ, ເລຂາພັກບ້ານ, ນາຍບ້ານ, ຮອງນາຍບ້ານ, ສະຫະພັນແມ່ຍິງບ້ານ, ຊາວໜຸ່ມບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ 7 ບ້ານ ແລະ ແຂກຖືກເຊີນເຂົ້າຮ່ວມ.

ຫ້ອງການຍຸຕິທຳເມືອງ ຫາດຊາຍຟອງ ມອບປື້ມປະມວນກົດໝາຍອາຍາ

ວັນທີ 27 ທັນວາ 2019 ທີ່ສະໂມສອນຫ້ອງວ່າການປົກຄອງເມືອງຫາດຊາຍຟອງ  ໄດ້ມີພິທີມອບປື້ມປະມວນກົດໝາຍອາຍາ ໃຫ້ 60 ບ້ານ ຂອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈຳນວນ 60 ຫົວ ມອບໂດຍ ທ່ານ ບຸນເພັງ ກ້ານແກ້ວ ຫົວໜ້າຫ້ອງການຍຸຕິທຳເມືອງຫາດຊາຍຟອງ ແລະຮັບໂດຍເລຂາພັກບ້ານ ນາຍບ້ານ, ຮອງນາຍບ້ານ ແລະ ຕາງໜ້າໃຫ້ແຕ່ລະບ້ານຈາກ 60 ບ້ານ.

ຫ້ອງການຍຸຕິທຳເມືອງ ຫາດຊາຍຟອງ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

      ເພື່ອຈັດຕັ້ງຜັນຂະຫຍາຍວຽກງານ 3 ສ້າງ, ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ; ທີ່ກໍານົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ກໍ່ຄືມະຕິຂອງກົມການເມືອງສູນກາງພັກ, ວຽກງານຍຸຕິທໍາຮາກຖານຕິດພັນກັບວຽກງານ 3 ສ້າງ, ຊຶ່ງເປັນວຽກງານໜຶ່ງທີ່ມີຄວາມໝາຍຄວາມສຳຄັນ ແລະ ມີທີ່ຕັ້ງພາລະບົດບາດສຳຄັນ ໄດ້ພົວພັນເຖິງວຽກງານທຸກດ້ານຢູ່ຮາກຖານ; ເປັນຕົ້ນແມ່ນການສ້າງຮາກຖານບ້ານໃຫ້ເປັນບ້ານພັດທະນາ ແນ່ໃສ່ເຮັດໃຫ້ປະເທດຊາດເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

ຄະນະພະແນກຍຸຕິທຳແຂວງ ຄຳມ່ວນ ນຳສະເໜີເອກະສານ 3 ວັນປະຫວັດສາດ

 

ໃນວັນທີ່27 ພະຈິກ 2018 8:30 ໂມງ ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ຄຳມ່ວນ ໄດ້ເປີດກອງປະຊຸມນຳສະຫນີເອກະສານວັນສຳຄັນຕ່າງໆຂອງຊາດ  ຊື່ງວັນສຳຄັນນັ້ນ ມີ 3 ວັນ ດັ່ງນີ້: 

ທ່ານ ວິໄຊ ແກ້ວດວງດີ ຮອງຫົວໜ້າພະແນກຍຸຕິທຳແຂວງ ຄຳມ່ວນ ເປັນຜູ້ນຳສະເໜີ ເອກະສານ ວັນສ້າງຕັ້ງເມືອງ ວຽງໄຊເປັນຖານທີ່ໝັ້ນໃນການປົດປ່ອຍຊາດ ຄົບຮອບ 50 ປີ ແລະ ວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 43 ປີ

ທ່ານ ຄຳເພົ້າ ທອງເທພາຮັກ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ ຄຳມ່ວນ ເປັນຜູ້ນຳສະເໜີ ເອກະສານ ວັນຄ້າຍວັນເກີດ ຂອງທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 98 ປີ   

Subscribe to RSS - ພະແນກຍຸຕິທຳທ້ອງຖິ່ນ