ກອງປະຊຸມປຶກສາຫາລື (ຮ່າງ) ກົດໝາຍວ່າດ້ວຍ ອາກອນລາຍໄດ້

ກອງປະຊຸມປຶກສາຫາລື (ຮ່າງ) ກົດໝາຍວ່າດ້ວຍ ອາກອນລາຍໄດ້

ຢູ່ທີ່ຫ້ອງປະຊຸມ ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມປຶກສາຫາລື (ຮ່າງ) ກົດໝາຍວ່າດ້ວຍ ອາກອນລາຍໄດ້ ຂຶ້ນໃນຕອນເຊົ້າຂອງວັນທີ 5 ມີນາ 2019, ໂດຍການເປັນປະທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ເຂົ້າຮ່ວມມີ ທ່ານ ປອ. ບຸນເຫຼືອ ສິນໄຊວໍຣະວົງ ຫົວໜ້າກົມນະໂຍບາຍການເງິນ ແລະ ນິຕິກຳ, ທ່ານ ປອ. ພູທະນູເພັດ ໄຊສົມບັດ ຫົວໜ້າກົມສວຍສາອາກອນ, ທ່ານ ອິນທະປັນຍາ ຂຽວວົງພະຈັນ ຫົວໜ້າກົມກົດໝາຍກະຊວງຍຸຕິທຳ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍຄະນະ ແລະ ພະນັກງານວິຊາການຂອງສອງກະຊວງເຂົ້າຮ່ວມຈຳນວນ 25 ທ່ານ, ຍິງ 6 ທ່ານ.

Subscribe to RSS - ກອງປະຊຸມປຶກສາຫາລື (ຮ່າງ) ກົດໝາຍວ່າດ້ວຍ ອາກອນລາຍໄດ້