ກອງປະຊຸມສະຫຼຸບຖອດຖອນບົດຮຽນກ່ຽວກັບໂທລະພາບ ເພື່ອສັງຄົມຍຸຕິທຳ ປະຈຳປີ 2017

ກອງປະຊຸມສະຫຼຸບຖອດຖອນບົດຮຽນກ່ຽວກັບໂທລະພາບ ເພື່ອສັງຄົມຍຸຕິທຳ ປະຈຳປີ 2017

    ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມຖອດຖອນບົດຮຽນກ່ຽວກັບວຽກງານໂທລະພາບ ປະຈຳປີ 2017 ຂຶ້ນໃນວັນທີ 9 ພະຈິກ 2017 ທີ່ກະຊວງຍຸຕິທຳ ​ພາຍ​ໃຕ້​ການເຂົ້າຮ່ວມ ແລະ ​ເປັນ​ປະທານ​ຂອງ​ ທ່ານ ປອ. ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ​ເຂົ້າ​ຮ່ວມໂດຍ ​ທ່ານ ພູທອນ ​ແກ້ວ​ດວງ​ມະນີ ຫົວໜ້າກົມ​ໂຄສະນາ​ເຜີຍ​ກົດໝາຍ, ມີ​ບັນດາ​ຫົວໜ້າ, ຮອງ​ກົມ, ທ່ານ ຜູ້ຕາງໜ້າຫ້ອງການ, ສະ​ຖາ​ບັນ, ສູນ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງດ້ານ​ເສດຖະກິດ, ບັນດາ​ແຂກ​ຖຶກ​ເຊີນ​ຈາກສະຖານີ​ໂທລະພາບ​ແຫ່ງ​ຊາດ​ລາວ, ສະຖາ​ນີໂທລະພາບ​ປ້ອງ​ກັນ​ຄວາມ​ສະຫງົບ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ບັນດາ​ພະນັກງານ​ວິຊາ​ການ​ເຂົ້າ​ຮ່ວມ.

Subscribe to RSS - ກອງປະຊຸມສະຫຼຸບຖອດຖອນບົດຮຽນກ່ຽວກັບໂທລະພາບ ເພື່ອສັງຄົມຍຸຕິທຳ ປະຈຳປີ 2017