ກອງປະຊຸມສະໄໝວິສາມັນຂອງທະນາຍຄວາມທົ່ວປະເທດ
Submitted by xaiyphimphone on
ໂດຍປະຕິບັດຕາມມະຕິຂອງກອງປະຊຸມໃຫຍ່ທະນາຍຄວາມທົ່ວປະເທດ ປະຈຳປີ 2016 ສະພາທະນາຍຄວາມ ແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມສະໄໝວິສາມັນຂຶ້ນ ເພື່ອຜ່ານ ແລະ ຮັບຮອງເອົາກົດລະບຽບພາຍໃນຂອງຕົນ ພ້ອມກັນນັ້ນກໍເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະພາທະນາຍຄວາມ ແຫ່ງ ສປປ ລາວ ຄົບຮອບ 28 ປີ ໃນປີ 2017 ຊຶ່ງກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນທ້າຍເດືອນ ມີນາ 2017 ຢູ່ທີ່ກະຊວງຍຸຕິທຳ ພາຍໃຕ້ການ ເປັນປະທານຂອງ ທ່ານ ຄຳໃສ ສຸລິນທອນ ປະທານສະພາທະນາຍຄວາມ ແຫ່ງ ສປປ ລາວ.