ກອງປະຊຸມສໍາມະນາ ກ່ຽວກັບພື້ນຖານການເຮັດບົດຄົ້ນຄວ້າ

ກອງປະຊຸມສໍາມະນາ ກ່ຽວກັບພື້ນຖານການເຮັດບົດຄົ້ນຄວ້າ ແລະ ວິທີວິທະຍາທາງດ້ານກົດໝາຍຄັ້ງວັນທີ 11-13 ກໍລະກົດ 2018 ທີ່ ສະຖາບັນຍຸຕິທໍາພາກເໜືອ

ໃນລະຫວ່າງ ວັນທີ 11 ເຖິງ 13 ກໍລະກົດ 2018 ທີ່ຜ່ານມາ, ຢູ່ທີ່ ສະຖາບັນຍຸຕິທໍາພາກເໜືອ ໄດ້ເປີດກອງປະຊຸມສໍາມະນາ ກ່ຽວກັບພື້ນຖານການເຮັດບົດຄົ້ນຄວ້າ ແລະ ວິທີວິທະຍາທາງດ້ານກົດໝາຍຂຶ້ນ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງສະຖາບັນ, ໃຫ້ກຽດເປັນປະທານໂດຍ ທ່ານ ປອ ວຽງເພັດ ເຊັງຊົ້ງເຢຽລໍໄຟຈົງ ຮອງຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ, ທ່ານ ແສງເພັດ ແກ້ວພົມມາ ຮອງຫົວໜ້າສະຖາບັນຍຸຕິທໍາພາກເໜືອ ແລະ ທ່ານ Reginald M. Pastrana ຫົວໜ້າທີ່ປຶກສາໂຄງການ LAO/031. ຊຶ່ງມີຜູ້ເຂົ້າຮ່ວມສໍາມະນາທີ່ເປັນຄູ-ອາຈານ ຈາກສະຖາບັນຍຸຕິທໍາແຫ່ງຊາດ ແລະ ບັນດາສະຖາບັນຍຸຕິທໍາພາກ ທັງໝົດຈໍານວນ 30 ທ່ານ.

Subscribe to RSS - ກອງປະຊຸມສໍາມະນາ ກ່ຽວກັບພື້ນຖານການເຮັດບົດຄົ້ນຄວ້າ