ກອງປະຊຸມໃຫຍ່ຊາວໜຸ່ມກົມຮ່ວມມືສາກົນ

ກອງປະຊຸມໃຫຍ່ຊາວໜຸ່ມກົມຮ່ວມມືສາກົນ ກະຊວງຍຸຕິທຳ

ໃນຕອນບ່າຍຂອງວັນທີ 4 ກັນຍາ 2019 ໜ່ວຍຊາວໜຸ່ມຮາກຖານກົມຮ່ວມມືສາກົນ ກະຊວງຍຸຕິທຳໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ I ຂຶ້ນ ໂດຍການເປັນປະທານຮ່ວມຂອງ ສະຫາຍ ວິລະກອນ ສົມຊະນິດ ເລຂາໜ່ວຍຊາວໝຸມ ກົມຮ່ວມມືສາກົນ, ມີສະຫາຍ ເກດສະໜາ ພົມມະຈັນ ເລຂາໜ່ວຍພັກກົມຮ່ວມມືສາກົນ ແລະ ສະຫາຍ ແສງເພັດ ລ່ຽມພຣະຈັນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ, ມີຜູ້ຕາງໜ້າຈາກໜ່ວຍຊາວໜຸ່ມຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ສະຖາບັນຍຸຕິທຳແຫ່ງຊາດ, ຮອງເລຂາຊາວໜຸ່ມຮາກຖານ, ປະທານສະຫະພັນກຳມະບານ, ປະທານໜ່ວຍສະຫະພັນແມ່ຍິງ ພ້ອມດ້ວຍສະມາຊິກຊາວໜຸ່ມຂອງກົມຮ່ວມມືສາກົນ ເຂົ້າຮ່ວມທັງໝົດຈຳນວນ 28 ສະຫາຍ, ຍິງ 8 ສະຫາຍ.

Subscribe to RSS - ກອງປະຊຸມໃຫຍ່ຊາວໜຸ່ມກົມຮ່ວມມືສາກົນ