ກະຊວງຍຸຕິທຳ ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ

ກະຊວງຍຸຕິທຳ ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ແລະ ວັນສາກົນຕ້ານການໃຊ້ແຮງງານເດັກ ວັນທີ 12 ມິຖຸນາ

         ເພື່ອ​ເປັນ​ການສະ​ເຫຼີມສະຫຼອງວັນ​ເດັກນ້ອຍ​ສາກົນວັນ​ທີ 1 ມິຖຸນາ ​ແລະ ວັນ​ສ​າກົນ​ຕ້ານ​ການ​ໃຊ້​ແຮງ​ງານ​ເດັກ ວັນ​ທີ 12 ມິຖຸນາ  ດັ່ງ​ນັ້ນ​ ໃນ​ຕອນ​ເຊົ້າ​ຂອງວັນ​ທີ 30 ພຶດສະພາ 2018 ກະຊວງ​ຍຸຕິ​ທຳ ​ໄດ້​ຈັດ​ພິທີ​ສະ​ເຫຼີມສະຫຼອງ ສອງ​ວັນ​ດັ່ງກ່າວຂຶ້ນ ​ໂດຍ​ການ​ເປັນ​ປະທານ​ຂອງ ​ທ່ານ ບຸນ​ສະຫວາດ ບຸບຜາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ມີ​ທ່ານ​ຮອງ​ລັດຖະມົນຕີ, ບັນດາ​ຫົວໜ້າ-ຮອງຫົວໜ້າກົມ​, ຫົວໜ້າ-ຮອງ​ຫົວໜ້າພະ​ແນ​ກ ຕະຫຼອດພະນັກງານ​ລັດຖະກອນ ພ້ອມ​ດ້ວຍຫຼານນ້ອຍ ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

Subscribe to RSS - ກະຊວງຍຸຕິທຳ  ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ