ກະຊວງຍຸຕິທຳ ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ປະຈໍາປີ 2017 ຄົບຮອບ 69 ປີ

ກະຊວງຍຸຕິທຳ ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ປະຈໍາປີ 2017 ຄົບຮອບ 69 ປີ

     ເພື່ອເປັນການສະເຫຼີມສະຫອງວັນເດັກນ້ອຍສາກົນ ແລະ ເຕົ້າໂຮມຄວາມສາມັກຄີລະຫວ່າງພໍ່ແມ່, ລູກ, ຫຼານນ້ອຍ ກໍຄືພະນັກງານທັງໝົດຢູ່ກະຊວງຍຸຕິທໍາ ໃຫ້ເປັນຂະບວນການຟົດຟື້ນ  ແລະ ຍົກໃຫ້ເຫັນ ເຖິງຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວ ໃນຕອນ​ເຊົ້າຂອງວັນທີ 31 ພຶດສະພາ 2017  ຢູ່ທີ່ກະຊວງ​ຍຸຕິ​ທຳ​ ໄດ້​ຈັດ​ພິທີສະເຫຼີມສະຫອງວັນທີ 1 ມີຖຸນາ (ວັນເດັກ ນ້ອຍສາກົນ) ປະຈໍາປີ 2017 ຄົບຮອບ 69 ປີ ຂຶ້ນໂດຍໃຫ້ກຽດເຂົ້າຮ່ວມ​ຂອງ ​ທ່ານ ​ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງ​ຍຸຕິ​ທຳ, ມີບັນດາ​ຄະນະ​ພັກ, ​ຄະນະ​ນຳ, ພະນັກງານ-ລັດຖະກອນຂອງ​ກະຊວງ​ຍຸຕິ​ທຳ​ ຕະຫຼອດຮອດພໍ່ແມ່ຜູ້ປົກຄອງ ພ້ອມດ້ວຍລູກຫຼານ ເຂົ້າ​ຮ່ວມ​ຢ່າງ​​ເປັນ​ຂະ​ບວນການ​ຟົດ​ຟື້ນ.

Subscribe to RSS - ກະຊວງຍຸຕິທຳ ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ປະຈໍາປີ 2017 ຄົບຮອບ 69 ປີ