ຍຸຕິທຳເມືອງແກ່ນທ້າວ ເປີດຊຸດຝຶກອົບຮົມກົດໝາຍ ໄລຍະສັ້ນ 45 ວັນຊຸດ ll ປະຈຳປີ 2019

ຫ້ອງການຍຸຕິທຳເມືອງ ແກ່ນທ້າວ ເປີດຊຸດຝຶກອົບຮົມກົດໝາຍ ໄລຍະສັ້ນ 45 ວັນ ຊຸດທີ ll ປະຈຳປີ 2019

ຕອນເຊົ້າຂອງວັນທີ 12 ກໍລະກົດ 2019 ຜ່ານມານີ້ ຫ້ອງການຍຸຕິທຳເມືອງ ແກ່ນທ້າວ ແຂວງ ໄຊຍະບູລີ ໄດ້ຈັດພິທີເປີດຊຸດຝຶກອົບຮົມກົດໝາຍ ໄລຍະສັ້ນ 45 ວັນ ຊຸດທີ ll ປະຈຳປີ 2019 ໃຫ້ແກ່ພະນັກງານຫຼັກແຫຼ່ງພາຍໃນເມືອງຂອງຕົນຂຶ້ນ ໂດຍການເປັນປະທານຂອງທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທຳ ເຂົ້າຮ່ວມມີ ທ່ານ ຍັນຍົງ ສີປະເສີດ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ ໄຊຍະບູລີ, ມີຫົວໜ້າກົມ, ຫົວໜ້າພະແນກຍຸຕິທໍາແຂວງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການຍຸຕິທໍາເມືອງ ແກ່ນທ້າວ, ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກຝຶກອົບຮົມເຂົ້າຮວ່ມທັງໝົດ 82 ທ່ານ, ຍິງ 17 ທ່ານ.

Subscribe to RSS - ຍຸຕິທຳເມືອງແກ່ນທ້າວ ເປີດຊຸດຝຶກອົບຮົມກົດໝາຍ ໄລຍະສັ້ນ 45 ວັນຊຸດ ll ປະຈຳປີ 2019