ພະແນກຍຸຕິທຳນະຄອນຫຼວງວຽງຈັນ ຈັດພິທີປິດຊຸດຝຶກອົບຮົມກົດໝາຍ

ພະແນກຍຸຕິທຳນະຄອນຫຼວງວຽງຈັນ ຈັດພິທີປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ.

ໃນຕອນເຊົ້າຂອງວັນທີ 10 ຕຸລາ 2018 ພະແນກຍຸຕິທໍານະຄອນຫຼວງວຽງຈັນ ໄດ້ຈັດພິທີປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ, ຊຸດທີ V ປະຈຳປີ 2018 ໂດຍການໃຫ້ກຽດ ແລະ ເປັນປະທານຂອງທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຄະນະພະແນກຍຸຕິທຳນະຄອນຫຼວງວຽງຈັນ, ແຂກຖືກເຊີນ, ຄະນະຮັບຜິດຊອບ ຕະຫຼອດຮອດຄູ-ອາຈານ ແລະ ນັກຝຶກອົບຮົມເຂົ້າຮ່ວມທັງໝົດ 92 ທ່ານ, ຍິງ 30 ທ່ານ.

Subscribe to RSS - ພະແນກຍຸຕິທຳນະຄອນຫຼວງວຽງຈັນ ຈັດພິທີປິດຊຸດຝຶກອົບຮົມກົດໝາຍ