ພະແນກຍຸຕິທຳແຂວງອຸດົມໄຊ ເປິດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ 4 ປະຈຳປີ 2018
Submitted by wickyboubphalyvanh on
ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ, ພະນັກງານ-ລັດຖະກອນ ແລະ ພະນັກງານນັກຮົບຂອງແຂວງ ແລະ ເມືອງ ພາຍໃນແຂວງອຸດົມໄຊ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບລັດຖະທຳມະນູນ ແລະ ກົດໝາຍ, ພ້ອມນັ້ນກໍເປັນການຍົກສູງບົດບາດການນໍາພາ ແລະ ການຈັດຕັ້ງປະຕິບັດວຽກງານໃຫ້ສອດ ຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ.